ຝູງຕັກແຕນ ​ຍ້າຍໄປລະບາດຢູ່ຊຽງຂວາງ ແລະ ເລີ່ມສ້າງຄວາມເສຍຫາຍແກ່ຜົນລະປູກແລ້ວ


ປີນີ້ ຊາວກະສິກອນຕ້ອງໄດ້ເຝົ້າລະວັງເປັນພິເສດຕໍ່ການລະບາດຂອງຝຸງຕັກແຕນທຳລາຍຜົນລະປູກປະຊາຊົນ ເພາະພາຍຫຼັງທີ່ເກີດຢູ່ແຂວງຫົວພັນ ແລະ ຫຼວງພະບາງ ໃນໄລຍະຜ່ານມາ ປັດຈຸບັນເລີ່ມປາກົດຂຶ້ນຢູ່ເມືອງຄຳ ແຂວງຊຽງຂວາງ ຢູ່ບໍລິເວນຊາຍແດນເຊື່ອມຕໍ່ກັບແຂວງຫົວພັນ.

         ຕາມການລາຍງານຂອງໜ່ວຍງານປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນຕອນເຊົ້າວັນທີ 11 ສິງຫາ 2016 ຜ່ານມາວ່າ ພະນັກງານໜ່ວຍງານທີ່ກ່ຽວຂ້ອງ ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ສົມທົບກັບອໍານາດການປົກຄອງເມືອງຄໍາ ໄດ້ພ້ອມກັນລົງກວດກາການລະບາດຂອງຕັກແຕນຢູ່ບ້ານແກ່ວເລິກ ກຸ່ມບຸນຖິ່ນ ເມືອງຄຳ ແຂວງຊຽງຂວາງ ພົບຕັກແຕນທີ່ເລີ່ມເຄື່ອນຍ້າຍມາທາງທິດເໜືອ ແລະ ລະບາດລຽບຕາມຊາຍແດນຊຽງຂວາງ-ຫົວພັນ ເຊິ່ງຕັກແຕນຈະຢູ່ເປັນຝຸງ ແລະ ເຄື່ຶອນຍ້າຍເປັນຝູງ ມັກກິນໃບໄມ້ປ່ອງ ສາລີ ເຂົ້າ ແລະ ອື່ນໆ ສົ່ງຜົນເຮັດໃຫ້ຜົນຜະລິດຂອງປະຊາຊົນເສຍຫາຍຈໍານວນນຶ່ງແລ້ວ.

         ຂະນະທີ່ ທ້າວ ຄຳໝັ້ນ ປະຊາຊົນບ້ານແກ່ວເລິກ ກໍໄດ້ໃຫ້ຮູ້ວ່າ ໄຮ່ສາລີຂອງຕົນເສຍຫາຍທັງໝົດໃນເນື້ອທີ່ 2.000 ກວ່າຕາແມັດ ເນື້ອທີ່ໄຮ່ເສຍຫາຍປະມານ 30% ຈາກເນື້ອທີ່ໄຮ່ທັງໝົດ 1 ເຮັກຕາກວ່າ ປັດຈຸບັນພະນັກງານວິຊາການຈາກພະແນກກະສິກຳ ແລະ ປ່າໄມ້ ໄດ້ປຶກສາຫາລືກັບອໍານາດການປົກຄອງເມືອງວຽງຄໍາ ເພື່ອຈັດເຝິກອົບຮົມການເຝົ້າລະວັງການລະບາດ ຜົນຮ້າຍຂອງຕັກແຕນ ວາງແຜນການຮັບມື ປາບປາມ ຕິດຕາມຈຸດວາງໄຂ່ຂອງຕັກແຕນໃນແຕ່ລະເຂດ ເມື່ອພົບເຫັນກໍໃຫ້ລາຍງານຕໍ່ພາກສ່ວນທີ່ກ່ຽວຂ້ອງຢ່າງທັນການ ແລະ ຫ້າມນຳຕັກແຕນທີ່ມີຊີວິດເຄື່ອນຍ້າຍຊະຊາຍ ເພາະຍິ່ງຈະເຮັດໃຫ້ການລະບາດແຜ່ລາມອອກໄປ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.