ຈັບແລ້ວມິດສາຊີບ ໃຊ້ເງິນປອມ! ທີ່ສວນະຈົ້າອານຸວົງ 15 ສິງຫາ 2016

ນະຄອນຫຼວງວຽງຈັນ: ເວລາປະມານ 21:00 ວັນທີ 15 ສິງຫາ 2016 ເຈົ້າໜ້າທີ່ອ້າຍນ້ອງປ້ອງກັນ  ຕະຫຼາດມືດ ສວນເຈົ້າອານຸວົງ ໄດ້ຕາມຕາມ ຈັບກຸມ ມິດສາຊີບ ທີ່ຜະລິດ ເງິນປອມ ມາຊື້ສິນຄ້າ ໃນຕະຫຼາດດັ່ງກ່າວ. ເຊິ່ງຈັບໄດ້ສອບງຄົນຄື ທ້າວຄຳໝັ້ນ ແລະ ທ້າວສີດາ. ທັງສອງແມ່ນໄດ້ ນຳໃຊ້ເງິນປອມ ມາຊື້ສິນຄ້າ 3-4 ຄັ້ງແລ້ວ. ເຈົ້າໜ້າທີ່ຈິ່ງໄດ້ວາງແຜນ ແລະ ຈັບກຸມທັງສອງ ແລະ ກຳລັງຂະຫຍາຍຜົນ ຈັບຜູ້ສົມຮູ້ຮ່ວມຄິດ ໃນການຜະລິດເງິນປອມ. ທີ່ມີຄວາມຜິດທາງອາຍາ.

ເງິນທີ່ທັງສອງຜະລິດ ແມ່ນໃບແສນ, ຫ້າສິບພັນກີບ ແລະ ໃບສິບພັນກີບ ໂດຍວິທີການກອບປີສີ.
ຈຳນວນເງິນທີ່ກວດພົບໃນຄັ້ງນີ້ ມີໃບແສນ 6 ໃບ, ໃບຫ້າສິບພັນກີບ 25 ໃບ ແລະໃບ ສິບພັນກີບ 1 ໃບ, ລວມເປັນເງິນ 1,810,000 ກີບ (ເປັນເງິນປອມ)

ລາຍງານໂດຍ: ປ້ອງກັນ ສວນເຈົ້າອານຸວົງ

ຂໍ໊ມູນຈາກ: ໂທລະໂຄ້ງ
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.