ແຂວງຈຳປາສັກ ຈະມີທິດທາງແກ້ໄຂຫຼັງມີຫາງສຽງຈາກການເກັບຄ່າຜ່ານທາງເລກທີ 16

ໃນວັນທີ 19 ສິງຫາ 2016  ທ່ານ ປອ ບຸນຖອງ ດີວິໄຊ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ໄດ້ລົງຕິດຕາມກວດກາການເກັບຄ່າຜ່ານທາງເລກທີ 16 ເມືອງໂພນທອງ ພາຍຫຼັງທີ່ໄດ້ເກີດມີສຽງວິພາກວິຈານຈາກສັງຄົມໄປໃນທາງລົບ. ໂອກາດນີ້ທ່ານໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງເຂົ້າມາສົມທົບກັບບໍລິສັດ ເພື່ອຊີ້ແຈງໃຫ້ປະຊາຊົນເຂົ້າໃຈ ແລະ ແກ້ໄຂການເກັບຄ່າທາງໃຫ້ເໝາະສົມ ໂດຍຖືຜົນປະໂຫຍດຂອງປະຊາຊົນເປັນບັນຫາສຳຄັນ.
 ໃນການລົງຕິດຕາມກວດກາການເກັບຄ່າຜ່ານທາງ ທ່ານ ປອ ບຸນຖອງ ດີວິໄຊ ໄດ້ໃຫ້ທິດຊີ້ນຳວ່າ: ກ່ອນອື່ນຢາກໃຫ້ປະຊາຊົນເຂົ້າໃຈການເກັບຄ່າຜ່ານທາງ ແຕ່ສົ້ນຂົວຂ້າມນ້ຳຂອງລາວ-ຍີ່ປຸ່ນ ບ້ານຄັນແຍງເມືອງໂພນທອງແຂວງຈຳປາສັກ ຫາດ່ານສາກົນວັງເຕົ່າ-ຊ່ອງເມັກ ແມ່ນອີງຕາມການຕົກລົງເຫັນດີຂອງລັດຖະບານໃນການເຊັນສັນຍາໃຫ້ບໍລິສັດເອກະຊົນສຳປະທານກໍ່ສ້າງ ຂະຫຍາຍເສັ້ນທາງເລກທີ 16 ໃນຮູບແບບ BOT  ບໍລິສັດເປັນຜູ້ລົງທຶນກໍ່ສ້າງ, ທັງເປັນຜູ້ເກັບຄ່າສຳປະທານຕາມອັດຕາເກັບຄ່າຜ່ານທາງທີ່ລັດຖະບານອະນຸຍາດ ເມື່ອຮອດກຳນົດສັນຍາສຳປະທານໂຄງການກໍ່ຈະຕົກເປັນຂອງລັດ. ການເກັບຄ່າຜ່ານທາງນີ້ແມ່ນເປັນຂັ້ນຕອນການທົດລອງເກັບເບື້ອງຕົ້ນ ເພື່ອໃຫ້ຮູ້ວ່າລາຍຮັບຈາກການເກັບຕໍ່ວັນຈະມີເທົ່າໃດ, ປະຊາຊົນມີຄວາມສະດວກ, ຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບຄືແນວໃດ. ແຕ່ສຳລັບການທົດລອງເກັບຜ່ານມາກໍ່ໄດ້ຮັບສຽງວິພາກວິຈານຜ່ານທາງສື່ອອນໄລ ອອກເປັນວົງກວ້າງກ່ຽວກັບຄວາມຫຍຸ້ງຍາກຂອງຜູ້ໃຊ້ລົດໃຊ້ຖະໜົນໄປໃນທາງລົບ, ຊຶ່ງອຳນາດການປົກຄອງແຂວງກໍ່ໄດ້ເອົາໃຈໃສ່ຕິດຕາມກວດກາເພື່ອແກ້ໄຂຜົນກະທົບທີ່ເກີດຂຶ້ນ. ໃນນັ້ນແມ່ນ ໃຫ້ພາກລັດທີ່ກ່ຽວຂ້ອງລົງສົມທົບກັບບໍລິສັດປັບປຸງແກ້ໄຂກ່ຽວກັບການ ເກັບຄ່າຜ່ານທາງໃຫ້ມີຄວາມເໝາະສົມສອດຄ່ອງກັບສະພາບເສດຖະກິດ, ໃນນັ້ນຈາກທີ່ເຄີຍເກັບ 3 ດ່ານໃຫ້ຍັງເຫຼືອ 2 ດ່ານ, ພ້ອມນັ້ນກໍ່ ຄວນມີນະໂຍບາຍເປັນພິເສດໃນການເສຍຄ່າຜ່ານທາງຕໍ່ພະນັກ ງານລັດຖະກອນ, ທະຫານ, ຕໍາຫຼວດ, ປະຊາຊົນ, ພໍ່ຄ້າຊາວຂາຍຫາເຊົ້າກິນຄໍ່າ, ປັບປຸງລະບົບການເກັບ ຄ່າຜ່ານທາງໃຫ້ມີຄວາມສະດວກວ່ອງໄວ ແລະ ທັນສະໄໝ. ໃຫ້ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມເກັບກຳຂໍ້ສະດວກ,ຂໍ້ຫຍຸ້ງຍາກທີ່ປະຊາຊົນໄດ້ຮັບຜົນກະທົບ ເພື່ອນຳສະເໜີອຳນາດການປົກຄອງແຂວງ, ກໍ່ຄືລັດຖະບານເພື່ອແກ້ໄຂ. ຖ້າການເກັບຄ່າຜ່ານທາງຂອງບໍລິສັດຍັງມີຄວາມຫຍຸ້ງຍາກບໍ່ສາມາດເຮັດໄດ້ ທາງພາກລັດກໍ່ມີແຜນອາດຈະໃຫ້ທະນາຄານລົງມາເກັບ ແລະ ທົດແທນທຶນໃຫ້ບໍລິສັດຜູ້ກໍ່ສ້າງ. ຖ້າເຮັດໄປແລ້ວຍັງສືບຕໍ່ມີຜົນກະທົບ ທາງອຳນາດການປົກຄອງແຂວງກໍ່ຈະມີແນວທາງເພື່ອແກ້ໄຂ ໂດຍສະເໜີໃຫ້ລັດຖະບານມາຊື້ເອົາໂຄງການດັ່ງກ່າວ. ດັ່ງນັ້ນກໍ່ຂໍ ໃຫ້ປະຊາຊົນຈົ່ງມີສະຕິກັ່ນຕອງຂໍ້ມູນຂ່າວສານໃຫ້ຖືກຕ້ອງ, ເພາະຕາມແນວທາງນະໂຍບາຍຂອງພັກ-ລັດ ການປັບປຸງກໍ່ສ້າງເສັ້ນທາງ ແມ່ນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນ.
 ທ່ານ ສຸວາລີ ຫົວໜ້າກຸ່ມລົດຕູ້ໂດຍສານເມືອງປາກເຊ ພ້ອມດ້ວຍສະມາຊິກທີ່ໃຫ້ບໍລິການຂົນສົ່ງຜູ້ ໂດຍສານແຕ່ປາກເຊ- ວັງເຕົ່າ ໃຫ້ຄຳຄິດເຫັນໃນຮູບແບບດຽວກັນວ່າ: ປັດຈຸບັນກຸ່ມບໍລິການລົດຕູ້ມີຄວາມ ຫຍຸ້ງຍາກຫຼາຍຕໍ່ການເກັບຄ່າຜ່ານທາງດັ່ງກ່າວ. ອັນທີ່ກະທົບແມ່ນ ລາຍໄດ້ຈາກການບໍລິການໄປກັບປາກເຊ-ວັງເຕົ່າ ຫັກຄ່ານ້ຳມັນອອກຈະຍັງເຫຼືອປະມານ 1 ແສນກີບ ແຕ່ໃນນັ້ນ ຍັງມາເສຍຄ່າຜ່ານທາງໄປກັບຕື່ມອີກ 50 ພັນກີບສ່ວນລາຍຮັບທີ່ຍັງເຫຼືອແມ່ນໄປບໍ່ດຸ່ນດ່ຽງ, ເຊິ່ງຜູ້ບໍລິການລົດຕູ້ໂດຍສານພົບຄວາມຫຍຸ້ງຍາກຫຼາຍ ແລະ ຢາກໃຫ້ພາກລັດເຂົ້າມາຊ່ວຍແກ້ໄຂດ່ວນ. ຖ້າປັບປຸງບໍ່ໄດ້ກໍ່ຂໍໃຫ້ເກັບໃນລາຄາໄປ 10 ພັນກີບ, ກັບ 10 ພັນກີບ ແມ່ນພໍສູ້ໄດ້.
 ຕໍ່ກັບພະນັກງານລັດຖະກອນທີ່ມີລົດໃຫຍ່ສ່ວນຕົວຜ່ານທາງດັ່ງກ່າວເປັນປະຈຳສ່ວນໃຫຍ່ໃຫ້ຄຳຄິດເຫັນເຊັ່ນດຽວກັນເປັນຕົ້ນທ່ານ ວຽງຄຳ ສີລາວົງ ພະນັກງານລັດຖະກອນສັງກັດຢູ່ດ່ານພາສີສາກົນວັງເຕົ່າ-ຊ່ອງເມັກໄດ້ໃຫ້ຄຳຄິດເຫັນວ່າ: ຢາກໃຫ້ພາກລັດລົງມາຊ່ວຍປັບປຸງລາຄາເກັບຄ່າຜ່ານທາງໃຫ້ຫຼຸດລົງ ກວ່າເກົ່າ. ໃນນາມປະຊາຊົນກໍ່ຍິນດີປະກອບພັນທະຕໍ່ລັດ, ແຕ່ການເສຍກໍ່ຂໍໃຫ້ເສຍ ຖືກຕ້ອງສອດຄ່ອງ ແທດເໝາະກັບ ເສດຖະກິດ, ຄືພະນັກງານທີ່ເດີນທາງມາແຕ່ປາກເຊຫາດ່ານວັງເຕົ່າ-ຊ່ອງເມັກໄປກັບ 40 ພັນກີບຕໍ່ມື້ ທຽບໃສ່ເງິນ ເດືອນພະນັກງານແລ້ວບໍ່ເຫຼືອ. ຖ້າເກັບກໍ່ຂໍໃຫ້ເກັບໃນຮູບແບບທາງໄປວັດພູ ໄປ 10 ພັນ ,ຈີກປີ້ຢູ່ດ່ານນີ້ໄປ ແຈ້ງຢູ່ດ່ານຕໍ່ໄປມາ 10 ພັນກີບ ຫຼື ຂໍໃຫ້ມີນະໂຍບາຍພິເສດຕໍ່ພະນັກງານລັດ ຖະກອນ, ຕະຫຼອດຮອດປະຊາຊົນພໍ່ຄ້າແມ່ຄ້າໂດຍໃຫ້ມັນລະອຽດ ຊັດເຈນ ຖືກຕ້ອງກັບສະພາບລາຍຮັບ, ລາຍຈ່າຍ ກໍ່ຄືຄ່າຄອງຊີບບ້ານເຮົາ.
*** ຂ່າວ-ພາບ: ຄຳຫຼ້າ ***
ຫນັງສືພິມຈຳປາໃໝ່:
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.