ພວກຫົວຮຸນແຮງ ມຸສລິມ ຟີລິບປິນ ພາກັນແຫກຄຸກ

ພວກຫົວຮຸນແຮງ ມຸສລິມ ທີ່ສະໜັບສະໜູນລັດອິສລາມ ໄດ້ພາກັນມ້າງຄຸກຢູ່ພາກໃຕ້ ຟີລິບປິນ, ເຮັດໃຫ້ພວກນັກໂທດຫົວຮຸນແຮງ 8 ຄົນສາມາດຫຼົບໜີໄປໄດ້.

ບັນດາເຈົ້າໜ້າທີ່ກ່າວວ່າ ສະມາຊິກຂອງກຸ່ມຫົວຮຸນແຮງປະກອບອາວຸດຢ່າງຫຼວງຫຼາຍ ຊື່ວ່າ Maute ໄດ້ບຸກເຂົ້າໄປໃນຄຸກໃນເມືອງ Marawi ໃນວັນເສົາວານນີ້, ເຮັດໃຫ້ນັກ ໂທດ 15 ຄົນຜູ້ທີ່ບໍ່ແມ່ນສະມາຊິກຂອງກຸ່ມສາມາດໜີອອກໄປໄດ້ນຳ.

ສະມາຊິກຂອງກຸ່ມຫົວຮຸນແຮງ Maute 8 ຄົນທີ່ໄດ້ຫຼົບໜີໄປນັ້ນໄດ້ຖືກພວກທະຫານຈັບ ເມື່ອບໍ່ດົນມານີ້ ຊຶ່ງພົບເຫັນວ່າມີລະເບີດທີ່ຜະລິດເອົາເອງຢູ່ໃນລົດຕູ້ຂອງພວກກະບົດທີ່ ດ່ານ ກວດກາຄວາມປອດໄພ.

ພວກຫົວຮຸນແຮງ Maute ໄດ້ຖືກພົບເຫັນສະເໝີວ່າຖືທຸງສີດຳຂອງພວກລັດອິສລາມ.


Muslim extremists who support Islamic State have staged a jailbreak in the southern Philippines, freeing eight of their fellow radicals.

Officials say at least 20 heavily armed members of the Maute militant group raided the jail in Marawi Saturday, allowing at least 15 detainees who are not members of the group to also escape.

The eight Maute members who escaped were recently arrested by soldiers who found a homemade bomb in the rebels' van at a security checkpoint.

The Maute radicals have frequently been seen carrying the black flag of Islamic State.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.