ເຈົ້າໜ້າທີ່ເຄັ່ງຄັດ!! ຫ້າມ​ໃຊ້​ເຄື່ອງມື​ຫາ​ປາ​ແບບ​ດັບ​ສູນ

 
ດັ່ງທີ່ພວກເຮົາຮູ້ແລ້ວວ່າ ລະດູຝົນເປັນໄລຍະທີ່ປາໄຂ່ ຂະຫຍາຍພັນ ແລະ ເກີດມີປະກົດການອໍ ຈຶ່ງເຮັດໃຫ້ຊາວປະມົງ ຫາປາໄດ້ ຫລາຍເປັນພິເສດ ເຊິ່ງຖືໄດ້ວ່າ ເປັນນາທີທອງ ຂອງຊາວປະມົງກໍວ່າໄດ້ ເພາະປີໜຶ່ງມີພຽງລະດູດຽວເທົ່ານັ້ນ ທີ່ປາຈະຂຶ້ນມາຫລາຍ ເປັນ ພິເສດ ເມື່ອເປັນດັ່ງນັ້ນ ພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນ ກົມລ້ຽງສັດ ແລະ ການປະມົງ ໄດ້ສະແດງຄວາມເປັນຫ່ວງ ແລະ ຮຽກ ຮ້ອງໃຫ້ຊາວປະມົງ ຈົ່ງຊ່ວຍກັນປົກປັກຮັກສາປາ ກໍຄືສັດນໍ້າປະເພດຕ່າງໆ ໃຫ້ອຸດົມສົມບູນ, ສາມາດເປັນແຫລ່ງ ອາຫານຂອງຄົນເຮົາ ຕະ ຫລອດໄປ ໂດຍການນຳໃຊ້ເຄື່ອງມື ຫາປາແບບພື້ນເມືອງ ແລະ ບໍ່ມີລັກສະນະດັບສູນ ຈະຊ່ວຍໃຫ້ເຮົາ ສາມາດຫາປາ ໄດ້ຕະຫລອດໄປ.

         ໃນກົດໝາຍ ວ່າດ້ວຍການປະມົງ ໄດ້ລະບຸໄວ້ຢ່າງຊັດເຈນວ່າ: ການຫາແບບດັບສູນ ແມ່ນການຫາປາ ໃນລະດູວາງໄຂ່, ການໃຊ້ເຄື່ອງມື ແລະ ວິທີການຫາປາ ແບບດັບສູນ ແມ່ນຜິດກົດໝາຍ ເຊິ່ງໃນມາດຕາ 38 ຂອງກົດໝາຍ ການປະມົງ ໄດ້ລະບຸໄວ້ວ່າ: ຫ້າມບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນ ສປປ ລາວ ມີ ການກະທຳດັ່ງນີ້: ນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ເຄື່ອງແສງ, ສຽງທຽມ ຫລື ສິ່ງອື່ນໆ ທີ່ເກືອດຫ້າມ ເຂົ້າໃນການຫາປາ ຫລື ຈັບສັດນ້ຳ ປະເພດຕ່າງໆ; ຫ້າມຖິ້ມສິ່ງເສດເຫລືອ, ປ່ອຍນ້ຳ ເປື້ອນ ຫລື ສານເຄມີລົງແຫລ່ງນ້ຳ; ຫ້າມໃຊ້ເຄື່ອງມືຫາປາ ທີ່ເປັນການກີດຂວາງ ທາງເດີນຂອງສັດນຳ ເຊັ່ນ: ອວນ, ມອງກວາດ, ລີ່, ໂຕ່ງ ຫລື ດັກ ເອົາປາຈາກແຫລ່ງນໍ້າ ທຳມະຊາດ ດ້ວຍການຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນ້ຳ ຕະຫລອດປີ ແລະ ຫ້າມຈັບປາ ໃນລະດູປາໄຂ່; ຫ້າມທຳລາຍວັງສະຫງວນ, ຫາສັດນໍ້າ ໃນບໍລິເວນ ປາປະສົມພັນ, ບ່ອນປາອໍ ແລະ ບ່ອນປາວາງໄຂ່ ຕາມທຳມະຊາດ; ຫ້າມຈັບປາ ຫລື ສັດນ້ຳປະເພດອື່ນໆ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ.
         ເພື່ອເຮັດໃຫ້ປາ ແລະ ສັດນໍ້າ ທຸກຊະນິດ ມີຄວາມອຸດົມສົມບູນ ແລະ ສາມາດ ເປັນແຫລ່ງອາຫານ ຂອງຄົນເຮົາໄດ້ ຕະຫລອດໄປ ພວກເຮົາ ຕ້ອງພ້ອມກັນ ປະຕິບັດລະບຽບການ, ກົດໝາຍວ່າ ດ້ວຍການປະມົງ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ປາ ລວມເຖິງສັດນໍ້າທຸກຊະນິດ ທີ່ຢູ່ຕາມທຳມະຊາດ ແມ່ນແຫລ່ງອາຫານຂອງ ຄົນເຮົາ, ເປັນແຫລ່ງທຳມາຫາກິນ ແລະ ສ້າງລາຍຮັບ ໃຫ້ແກ່ຊາວປະມົງ ແຕ່ການຫາປາ ເພື່ອມາບໍລິໂພກ ຫລື ເປັນສິນຄ້າ ເຮົາຕ້ອງຄຳນຶງເຖິງ ຄວາມຍືນຍົງ, ຄຳນຶງເຖິງການປົກປັກຮັກສາ ເພື່ອເຮັດ ໃຫ້ແຫລ່ງອາຫານ ແລະ ແຫລ່ງລາຍຮັບ ມີຄວາມອຸດົມສົມບູນ ຕະຫລອດໄປ ໝາຍຄວາມວ່າ ຫາໄດ້ແຕ່ກໍຕ້ອງຫາໃນຈຳນວນ ທີ່ເໝາະສົມ, ບໍ່ ຄວນເຮັດໃຫ້ປາ ແລະ ສັດນໍ້າປະເພດຕ່າງໆ ມີຈຳນວນຫລຸດລົງຈົນກ້າວໄປເຖິງ ການສູນພັນ. ນອກຈາກການຫາປາ ແລະ ສັດ ນໍ້າທຸກຊະນິດ ຈາກທຳມະຊາດແລ້ວ ຄວນຫັນມາສູ່ການລ້ຽງ ເພື່ອການບໍລິໂພກ ແລະ ຂາຍເປັນສິນຄ້າ ໃຫ້ນັບມື້ຫລາຍຂຶ້ນ ເພາະເປັນການເຮັດໃຫ້ ແຫລ່ງອາຫານ ມີຄວາມຍືນຍົງ, ລາຍໄດ້ມີຄວາມ ໝັ້ນຄົງ ແລະ ຍັງບໍ່ ບຽດບຽນ ທຳມະຊາດ.

ແຫຼ່ງຂ່າວ: ສໍານັກຂ່າວສານປະເທດລາວ
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.