ທາງການລາວ-ໄທ ຕົກລົງຈະປັກຫລັກໝາຍ ເຂດແດນທາງບົກ ທີ່ຍັງເຫຼືອ ໃຫ້ແລ້ວ ໃນປີນີ້

ທາງການລາວ-ໄທ ຕົກລົງຈະປັກຫລັກໝາຍເຂດແດນ ທາງບົກ ທີ່ຍັງເຫຼືອຢູ່ ໃນ 14 ພື້ນທີ່ໃຫ້ແລ້ວເສັດໃນປີ 2016 ນີ້ ສ່ວນການປັກປັນເຂດແດນທາງນ້ຳ ຈະພະຍາຍາມ ໃຫ້ແລ້ວເສັດພາຍໃນປີ 2018.ການຕົກລົງທີ່ຈະທຳການປັກຫຼັກໝາຍຊາຍແດນທາງບົກ ທີ່ຍັງຄົງຄ້າງໃນ 14 ພື້ນທີ່ ລະຫວ່າງລາວກັບໄທ ໄດ້ມີຂຶ້ນໃນໂອກາດການເດີນທາງມາຢ້ຽມຢາມປະເທດໄທ ໂດຍທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີວ່າການຕ່າງປະເທດຂອງລາວ ຕາມ ການເຊີນຂອງ ທ່ານດອນ ປຣະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງໄທ ເມື່ອບໍ່ນານມານີ້ ຢູ່ບາງກອກ.

ທັງນີ້ໂດຍທັງ 2 ຝ່າຍໄດ້ເນັ້ນໜັກວ່າ ການປັກຫຼັກໝາຍຊາຍແດນທາງບົກ ທັງ 14 ພື້ນທີ່ດັ່ງກ່າວ ຈະຕ້ອງດຳເນີນການໃຫ້ສຳເລັດພາຍໃນທ້າຍປີ 2016 ນີ້ ແລະຕໍ່ຈາກນັ້ນ ກໍຈະພຍາຍາມ ດຳເນີນການໃນທຸກວິທີທາງ ເພື່ອຮ່ວມກັນປັກປັນເຂດແດນທາງນ້ຳ ລະຫວ່າງກັນ ກໍຄືທັງໃນແນວແມ່ນ້ຳເຫືອງ ແລະແມ່ນ້ຳຂອງ ນັ້ນ ໃຫ້ແລ້ວເສັດພາຍ ໃນປີ 2018 ເປັນຢ່າງຊ້າ.
ທາງການລາວ-ໄທ ໄດ້ຮ່ວມກັນສຳຫຼວດ ແລະປັກປັນເຂດແດນທາງບົກນັບຈາກປີ 1997 ເປັນຕົ້ນມາ ໂດຍສາມາດຕົກລົງປັກປັນເຂດແດນ ລະຫວ່າງກັນໄດ້ແລ້ວ 210 ຫຼັກ ຄິດ ເປັນ 93 ເປີເຊັນ ຂອງເຂດແດນທາງບົກທັງໝົດ ຈຶ່ງມີການເຫຼືອອີກປະມານ 50 ກິໂລ ແມັດ ທີ່ຍັງຕົກລົງກັນບໍ່ທັນໄດ້ ໂດຍມີສາເຫດມາຈາກການອ້າງແຜນທີ່ ຄົນລະສະບັບ ແລະການຕີຄວາມໝາຍໃນສົນທິສັນຍາສະຢາມ-ຝຣັ່ງ ສະບັບປີ 1926 ທີ່ແຕກຕ່າງກັນ ລວມເຖິງສະພາບຂອງທຳມະຊາດໃນພື້ນທີ່ ກໍໄດ້ເກີດການປ່ຽນແປງ ໄປຕາມກາລະ ເວລາອີກດ້ວຍ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງໄທ ກໍເຊື່ອໝັ້ນວ່າ ຄວາມສຳພັນອັນດີ ລະຫວ່າງ ລາວກັບໄທ ຈະບໍ່ເຮັດໃຫ້ບັນຫາເຂດແດນ ສົ່ງຜົນກະທົບຕໍ່ການເສີມຂະຫຍາຍ ການ ຮ່ວມມື ລະຫວ່າງສອງຊາດ ຢ່າງແນ່ນອນໂດຍສຳລັບເຂດທີ່ຍັງບໍ່ສາມາດຕົກລົງປັກປັນ ລະຫວ່າງກັນໄດ້ ໃນປັດຈຸບັນ ກໍປະກອບ ດ້ວຍເຂດນ້ຳເຫືອງ ເຂດຫ້ວຍໂດນ ເຂດຊ່ອງເມັກ-ວັງເຕົ່າ ແລະເຂດທີ່ໃຊ້ສັນປັນນ້ຳ ຢູ່ເທິງພູດອຍ ໃນພາກເໜືອ ເຊັ່ນພູຊີ້ຟ້າ ພູຜານົມ ແລະຜາຕັ້ງ ເປັນຕົ້ນ ສ່ວນເຂດແດນ ທາງນ້ຳຍັງບໍ່ທັນໄດ້ຮ່ວມກັນ ສຳຫຼວດເລີຍ ເນື່ອງຈາກທັງສອງຝ່າຍຈະຕ້ອງຮ່ວມກັນ ຈັດທຳພາບຖ່າຍທາງອາກາດໃຫ້ແລ້ວເສັດເສຍກ່ອນ ເພື່ອນຳມາໃຊ້ປະກອບ ການຍ່າງ ສຳຫຼວດໃນພື້ນທີ່ຕົວຈິງຕໍ່ໄປ.

ກ່ອນໜ້ານີ້ ກອງປະຊຸມຄະນະກຳມາທິການຮ່ວມຊາຍແດນລາວ-ໄທ ຄັ້ງທີ 10 ກໍໄດ້ ຕົກລົງຮ່ວມກັນວ່າ ຈະດຳເນີນການປັກປັນເຂດແດນທາງບົກ ແລະເຂດແດນທາງນ້ຳ ໃຫ້ສຳເລັດພາຍໃນປີ 2016 ແລະ 2018 ຕາມລຳດັບ ທັງຍັງໄດ້ເນັ້ນຢ້ຳ ເຖິງເປົ້າໝາຍ ໃນການເສີມສ້າງຊາຍແດນ ໃຫ້ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ແລະການ ຮ່ວມມືຢ່າງຮອບດ້ານອີກດ້ວຍ.

ນອກຈາກນັ້ນ ທັງສອງຝ່າຍຍັງໄດ້ຮັບຮອງເອົາບັນທຶກກອງປະຊຸມຮ່ວມ ດ້ານເທັກນິກ ກ່ຽວກັບ ການປັກຫຼັກໝາຍຊາດແດນ ເພີ່ມຂຶ້ນອີກ 6 ຫຼັກ ການວັດແທກ ແລະການຮັບ ສັນຍານດາວທຽມລະບົບ GPS ໃນລາວ ການກຳນົດວິທີການໃນດ້ານເທັກນິກ ກ່ຽວກັບ ການສຳຫຼວດເພີ່ມເຕີມ ໃນເຂດທີ່ຍັງຕົກລົງກັນບໍ່ທັນໄດ້ ແລະການຊອກຫາ ວິທີແກ້ໄຂ ບັນຫາຮ່ວມກັນຕໍ່ໄປ.

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.