ເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ

ແຫລ່ງຂ່າວທ້ອງຖິ່ນລາຍງານວ່າເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງຫານີ້ ໄດ້ສົ່ງຜົນໃຫ້ສາຍນ້ຳແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມບ້ານເຮືອນໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງ ພ້ອມລະບົບໄຟຟ້າຫລາຍແຫ່ງໃນເຂດເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກໜ່ວງສົມຄວນ ເຊິ່ງໃນວັນທີ 12 ສິງຫາຜ່ານມານີ້ເຈົ້າແຂວງດັ່ງກ່າວກໍໄດ້ລົງກວດກາເບິ່ງສະພາບຕົວຈິງໃນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍສະເພາະແມ່ນເຂດລ້ອງແມ່ນ້ຳແບ່ງ ແລະ ໄດ້ຮັບລາຍງານຈາກອຳນາດການປົກຄອງເມືອງວ່າຮ້າຍແຮງກວ່າໝູ່ແມ່ນບ້ານໂພນສະຫວາດນ້ຳໄຫລທັ່ງໃສ່ຂອບທາງ ເຮັດໃຫ້ທາງເຈື່ອນ ແລະ ເສົ້າໄຟຟ້າຫັກພັງລົງມາເປັນຈຳນວນຫລາຍໃນໄລຍະຍາວປະມານ1ກີໂລແມັດອ່ານຕໍ່.....
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.