ເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ

       
   ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ
ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງຫານີ້ ໄດ້ສົ່ງຜົນໃຫ້ສາຍນ້ຳແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມບ້ານເຮືອນໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງ ພ້ອມລະບົບໄຟຟ້າຫລາຍແຫ່ງໃນເຂດເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກໜ່ວງສົມຄວນ ເຊິ່ງໃນວັນທີ 12 ສິງຫາຜ່ານມານີ້ເຈົ້າແຂວງດັ່ງກ່າວກໍໄດ້ລົງກວດກາເບິ່ງສະພາບຕົວຈິງໃນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍສະເພາະແມ່ນເຂດລ້ອງແມ່ນ້ຳແບ່ງ ແລະ ໄດ້ຮັບລາຍງານຈາກອຳນາດການປົກຄອງເມືອງວ່າຮ້າຍແຮງກວ່າໝູ່ແມ່ນບ້ານໂພນສະຫວາດນ້ຳໄຫລທັ່ງໃສ່ຂອບທາງ ເຮັດໃຫ້ທາງເຈື່ອນ ແລະ ເສົ້າໄຟຟ້າຫັກພັງລົງມາເປັນຈຳນວນຫລາຍໃນໄລຍະຍາວປະມານ ກິໂລແມັດເຮັດໃຫ້ສວນສາລີຖືກນ້ຳຖ້ວມຫລາຍກວ່າ 300 ເຮັກຕາໜອງປາ 70 ໜອງ ແລະ ຄອງເໝືອງຊົນລະປະທານໄດ້ຮັບຄວາມເສຍຫາຍຮ້າຍແຮງ 2ຈຸດສັດລ້ຽງຈຳນວນໜຶ່ງເສຍຫາຍ.

              ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າອັນຮ້າຍແຮງ ແລະ ເປັນໜ້າຢ້ານກົວໄປກວ່ານັ້ນສຳລັບນ້ຳຖ້ວມຄັ້ງນີ້ແມ່ນຢາຂ້າຫຍ້າ ແລະ ຢາປາບສັດຕູພືດຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນດັ່ງກ່າວເປັນຈຳນວນຫລາຍອາດມີມູນຄ່າປະມານ 600 ລ້ານກີບ ຖືກນ້ຳພັດຊຸໄປສິ່ງດັ່ງກ່າວຖ້າບໍ່ມີການເກັບກູ້ຄືນມາໄດ້ມັນອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນໃນໄລຍະຍາວອີກດ້ວຍ ແລະ ຕໍ່ບັນຫານີ້ທ່ານເຈົ້າແຂວງກໍໄດ້ໃຫ້ທິດແນະນຳອຳນາດການປົກຄອງ ແລະ ຜູ້ເປັນເຈົ້າຂອງຢາເຄມີດັ່ງກ່າວ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂໃຫ້ດີທີ່ສຸດ ເພື່ອບໍ່ສົ່ງຜົນກະທົບຮ້າຍແຮງຕາມມາ ແລະ ພ້ອມນັ້ນ ກໍໃຫ້ສຸມກຳລັງຊ່ວຍປະຊາຊົນຜູ້ໄດ້ຮັບຜົນກະທົບໃຫ້ມີເງື່ອນໄຂທຳມາຫາກິນ ແລະ ຟື້ນຟູການຜະລິດໄດ້ໂດຍໄວ ແລະ ໃຫ້ພະແນກກ່ຽວຂ້ອງເລັ່ງປົວແປງເສັ້ນທາງໄປບ້ານຂອນ ແລະ ບ້ານນາງົວໃຫ້ສາມາດທ່ຽວໄປມາໄດ້ໂດຍໄວພ້ອມສຸມໃສ່ສ້ອມແປງຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບໃຫ້ສາມາດສະໜອງໄຟຟ້າເປັນປົກກະຕິ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.