ເລຂາທິການໃຫຍ່ປະດັບຫລຽນຄຳແຫ່ງຊາດໃຫ້ແກ່ຫ້ອງວ່າການສູນກາງພັກ

  ໃນວັນທີ 19 ສິງຫາ ນີ້ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ກຽດປະດັບຫລຽນຄຳແຫ່ງຊາດ ເຊິ່ງເປັນຫລຽນສູງສຸດຂອງສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໃຫ້ແກ່ຫ້ອງວ່າການສູນກາງພັກ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານ ແລະ ຄຸນງາມຄວາມດີ ໃນການອຸທິດປະກອບສ່ວນອັນໃຫຍ່ຫລວງ ຂອງພະນັກງານທຸກຮຸ່ນຂອງຫ້ອງວ່າການສູນກາງພັກ ໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ ທີ່ເຕັມໄປດ້ວຍໄຊຊະນະ ຕະຫລອດໄລຍະ 61 ປີຜ່ານມາ.
          ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງ ເລຂາທິການສູນກາງພັກເລຂາຄະ ນະພັກ ຫົວໜ້າຫ້ອງວ່າການສູນກາງພັກ ກ່າວວ່າ: ດ້ວຍຜົນງານ ແລະ ມູນເຊື້ອຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຮັບໃຊ້ສູນກາງພັກ ຕະຫລອດໄລຍະ 60 ປີຜ່ານມາ ແລະ ເນື່ອງໃນໂອກາດ

ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 60 ປີ (24/03/1955-24/ 03/02015)ປະທານປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງມອບຫລຽນຄຳແຫ່ງຊາດ ໃຫ້ຫ້ອງວ່າການສູນກາງພັກຢ່າງສົມກຽດ. ພ້ອມນັ້ນຍັງເປັນການສະແດງເຖິງຄວາມເອົາໃຈໃສ່ຄວາມເປັນຫ່ວງເປັນໄຍ ແລະ ຄວາມເຊື່ອໝັ້ນທັງເປັນການຈາລຶກ ແລະ ຕີລາຄາສູງຂອງພັກ,ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ຜູ້ທີ່ເຮັດວຽກງານຫ້ອງວ່າການສູນກາງພັກ ລວມທັງຄະນະພັກ ແລະ ອົງການປົກຄອງຕ່າງໆອີກດ້ວຍ.

          ໃນໂອກາດນີ້ສະຫາຍ ຄຳພັນ ພົມມະທັດ ຍັງໄດ້ຍົກໃຫ້ເຫັນຜົນງານການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຫ້ອງວ່າການສູນກາງພັກ ໃນການປະຕິບັດພາລະບົດບາດ ເປັນເສນາທິການທີ່ດີ ນັບແຕ່ຮຸ່ນບຸກເບີກ ຈົນຮອດຖັນແຖວທີ່ກຳລັງເຄື່ອນໄຫວເຮັດໜ້າທີ່ໃນປັດຈຸບັນ. ໃນໄລຍະຂອງການປະ ຕິວັດຊາດປະຊາທິປະໄຕ ນຳພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະການປະຕິບັດສອງໜ້າທີ່ຍຸດທະສາດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫ້ອງວ່າການສູນກາງພັກ ຍາມໃດກໍສະໜິດຕິດພັນໂດຍກົງ ເພື່ອຮັບໃຊ້ສູນກາງພັກ ຢ່າງມີປະສິດທິຜົນຕະຫລອດມາ.

ປັດຈຸບັນ ຫ້ອງວ່າການສູນກາງພັກ ໄດ້ຕັ້ງໜ້າປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ແລະ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ເປັນເສນາທິການຮັບໃຊ້ສູນກາງພັກ ໃຫ້ນັບມື້ມີຄຸນນະພາບຍິ່ງຂຶ້ນ ໂດຍສະເພາະ ການປະຕິບັດໂຄງການດຳເນີນງານ ແລະ ລະບອບນຳພາແບບແຜນເຮັດວຽກຂອງອົງການນຳສູນກາງ ທີ່ນັບມື້ມີຍຸດທະສາດ ແລະ ແທດເໝາະຕົວຈິງກວ່າເກົ່າ.

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.