ລາວ ແລະ ສະຫະລັດ ຈະຮ່ວມມືກັບ ຫວຽດນາມ ໃນການຊອກຫາ ຊາກກະດູກ ທະຫານ ສະຫະລັດ

ການຢືນຢັນທີ່ຈະສືບຕໍ່ໃຫ້ການຮ່ວມມືກັບ ສະຫະລັດ ອາເມຣິກາ ເຂົ້າໃນການຊອກຫາ ຊາກກະດູກ ແລະ ສິ່ງເສດເຫຼືອຂອງທະຫານ ອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ ອິນໂດຈີນ ຫຼື MIA ຢູ່ໃນ ລາວ ທັງກໍຍັງຈະເສີມຂະຫຍາຍການຮ່ວມມືກັບທາງການ ຫວຽດ ນາມ ດ້ວຍນັ້ນໄດ້ມີຂຶ້ນໃນໂອກາດກອງປະຊຸມປຶກສາຫາລືດ້ານເທັກນິກ-ວິຊາການປະຈຳ ປີ 2016 ລະຫວ່າງ ລາວ ກັບ ສະຫະລັດ ເມື່ອບໍ່ນານມານີ້ ຢູ່ລັດ ຮາວາຍ ໂດຍມີທ່ານ ຂັວນຕາ ຜາລີວົງ ຫົວໜ້າກົມ ຢູໂຣບ-ອາເມຣິກາ ກະຊວງການຕ່າງປະເທດ ເປັນຫົວໜ້າ ຄະນະຝ່າຍ ລາວ ກັບພົນຈັດຕະວາ Mark Spindler ຮອງຜູ້ບັນຊາການທະຫານປະຈຳ ພາກພື້ນເອເຊຍ-ປາຊີຟິກ ເປັນຫົວໜ້າຄະນະຝ່າຍ ສະຫະລັດ ແລະ ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ກໍໄດ້ເຂົ້າຮ່ວມໃນກອງປະ ຊຸມຄັ້ງນີ້ດ້ວຍ.
ໂດຍການເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ-ຫວຽດນາມ-ສະຫະລັດ ດັ່ງກ່າວນີ້ ຖືເປັນຄັ້ງທຳອິດທີ່ຈະເປັນການຮ່ວມມື 3 ຝ່າຍທີ່ເນັ້ນໜັກການແລກປ່ຽນດ້ານຂໍ້ມູນວິຊາ ການເພື່ອຈະເຮັດໃຫ້ການຈັດຕັ້ງປະຕິບັດ ການຊອກຫາ MIA ທັງໃນ ລາວ ແລະ ຫວຽດ ນາມ ນັ້ນມີປະສິດທິຜົນ ແລະ ວ່ອງໄວກວ່າເກົ່າ ແລະ ເພື່ອຕອບແທນກາກນຮ່ວມມືດັ່ງ ກ່າວນີ້ ລັດຖະບານ ສະຫະລັດ ກໍຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສຳລັບທ້ອງຖິ່ນ ທີ່ມີການສຳຫຼວດ ແລະ ຂຸດຄົ້ນຫາ MIA ຫຼາຍຂຶ້ນນັບມື້ ຊຶ່ງລວມເຖິງການໃຫ້ການຊ່ວຍ ເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນ ລາວ ແລະ ການຊ່ວຍເຫຼືອ ໃນດ້ານອື່ນໆດ້ວຍ ດັ່ງທີ່ທ່ານ Daniel Clune ໄດ້ໃຫ້ການຢືນຢັນວ່າ.
ທຸກມື້ນີ້ ສະຫະລັດ ຊ່ວຍເຫຼືອ ລາວ ເປັນເງິນຫຼາຍກວ່າ 38 ລ້ານໂດລາຕໍ່ປີ ທັງໄດ້ມີການ ຊ່ວຍເຫຼືອທັງສອງຝ່າຍແກ່ ລາວ ນຳ. ການເຮັດວຽກຮ່ວມກັນໄດ້ມີຄວາມກ້າວໜ້າຢ່າງ ໃຫຍ່ ໃນຖານະເປັນຄູ່ຮ່ວມງານກັນໃນການສະສາງລູກລະເບີດບໍ່ທັນແຕກຈາກສົງຄາມ ອິນໂດຈີນ ແລະ ການຊອກຫາພະນັກງານທະຫານທີ່ຫາຍສາບສູນໄປ. ພວກເຮົາໄດ້ເສີມ ຂະຫຍາຍຄວາມຮ່ວມມືສອງຝ່າຍໃນທຸກໆດ້ານ ຢູ່ຕາມເຂດທີ່ມີຄວາມສຳຄັນ ລວມທັງ ການຕໍ່ສູ້ກັບພະຍາດຕິດແປດ, ປ້ອງກັນສິ່ງແວດລ້ອມ, ສະໜັບສະໜູນລະບົບການສຶກສາ ແລະ ໃຫ້ການອົບຮົມແກ່ພວກນັກສຶກສາ ແລະ ຂ້າລັດຖະການ.
ທາງການ ລາວ ໄດ້ສົ່ງມອບສິ່ງເສດເຫຼືອຂອງ MIA ໃຫ້ທາງການ ສະຫະລັດ ຫຼ້າສຸດເມື່ອ ເດືອນທັນວາ 2015 ທີ່ຜ່ານມາ ໂດຍເປັນກໍລະນີທີ່ໄດ້ດຳເນີນການຊອກຫາຢູ່ເຂດບ້ານ ອຸດົມໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ບ້ານວາກ ເມືອງກະລຶມ ແຂວງເຊກອງ ທີ່ເປັນຜົນເຮັດໃຫ້ທາງການ ລາວ ໄດ້ສົ່ງມອບສິ່ງເສດເຫຼືອຂອງ MIA ໃຫ້ທາງການ ສະຫະລັດ ແລ້ວ 272 ກໍລະນີຈາກການດຳເນີນງານແຕ່ປີ 1982 ເປັນຕົ້ນມາຈຶ່ງຍັງຄົງ ເຫຼືອອີກ 301 ກໍລະນີໃນ ລາວ ທີ່ຈະຕ້ອງສຳຫຼວດຂຸດຄົ້ນ ແລະ ຊອກຫາຕໍ່ໄປ.
ທັງນີ້ໂດຍທາງການ ລາວ ໄດ້ອະນຸຍາດໃຫ້ຄະນະສຳຫຼວດຂອງ ສະຫະລັດ ສາມາດນຳ ໃຊ້ຍານພາຫະນະເພື່ອຂົນສົ່ງເຄື່ອງມື ແລະ ອຸປະກອນຕ່າງໆໄປພື້ນທີ່ເປົ້າໝາຍ ທັງຍັງ ອະນຸຍາດໃຫ້ຄະນະສຳຫຼວດຂອງ ສະຫະລັດ ສາມາດຄັ້ງຄ້າຍພັກຢູ່ໃນບໍລິເວນທີ່ທຳການ ຂຸດຄົ້ນໄດ້ເປັນຄັ້ງທຳອິດນັບແຕ່ປີ 2014 ເປັນຕົ້ນມາ ດ້ວຍເຫດນີ້ ຈຶ່ງຖືເປັນບາດກ້າວ ໃໝ່ຂອງການຮ່ວມມືໃນການຄ້ານຫາ MIA ຂອງ ສະຫະລັດ ຢູ່ໃນ ລາວ ຊຶ່ງໃນຮອບ 1 ປີ ທີ່ຜ່ານມາທາງການ ລາວ ກັບ ສະຫະລັດ ໄດ້ຮ່ວມກັນສຳຫຼວດ ແລະ ຂຸດຄົ້ນເພື່ອຊອກຫາ MIA ຢູ່ໃນເຂດແຂວງຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສາລະວັນ,​ເຊກອງ ແລະ ອັດຕະປື.
ການຊອກຫາ MIA ຢູ່ໃນ ລາວ ຖືເປັນ 1 ໃນ 5 ໂຄງການທີ່ທາງການ ສະຫະລັດ ໃຫ້ ຄວາມສຳຄັນເປັນພິເສດທີ່ຈະເສີມສ້າງຄວາມຮ່ວມມືກັບທາງການ ລາວ ໂດຍອີກ 4 ໂຄງ ການທີ່ເຫຼືອນັ້ນກໍຄືການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງໃນ ລາວ ການພັດ ທະນາລະບົບກົດໝາຍ ແລະ ສິດທິມະນຸດ, ການອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ຊີວະນານາພັນ, ການເສີມຂະຫຍາຍມູນຄ່າການຄ້າ ແລະ ການລົງທຶນ.
ໂດຍກ່ອນໜ້ານີ້ ກະຊວງການຕ່າງປະເທດ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອໃນການ ສຶກສາອົບຮົມເພື່ອປ້ອງກັນໄພອັນຕະລາຍຈາກລະເບີດ UXO ສຳລັບນັກຮຽນໃນພືນທີ່ 15 ເມືອງໃນເຂດ 9 ແຂວງທີ່ມີລະເບີດ UXO ຕົກຄ້າງຢູ່ຢ່າງໜາແໜ້ນ ເຊັ່ນເມືອງນຳ້ ບາກ ໃນແຂວງຫຼວງພະບາງ, ເມືອງຫ້ຽມ ແລະ ເມືອງວຽງໄຊ ໃນແຂວງຫົວພັນ, ເມືອງຄຳ ແລະ ເມືອງໜອງແຮດ ໃນແຂວງຊຽງຂວາງ ສ່ວນອີກ 10 ເມືອງທີ່ເຫຼືອກໍຢູ່ໃນແຂວງຄຳ ມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ ຈຳປາສັກ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.