ເມືອງມໍລະດົກໂລກ ຫຼວງພະບາງ ຕົກອັນດັບ ຈາກທີ 1 ເປັນທີ 8 ໃນຖານະເມືອງຍອດນິຍົມ

Wanderlust Travel Magazine ຊຶ່ງເປັນວາລະສານດ້ານການທ່ອງທ່ຽວ ຊັ້ນນຳ ຂອງໂລກ ໃນປະເທດອັງກິດ ໄດ້ສະເໜີລາຍງານ ການສຳຫຼວດຄວາມຄິດເຫັນຂອງ ບັນດາສະມາຊິກວາລະສານ ປະຈຳປີ 2016 ນີ້ ວ່າ ເມືອງມໍລະດົກໂລກຫຼວງພະບາງ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 8 ທີ່ພວກຕົນຢາກເດີນທາງໄປຢ້ຽມຢາມຫຼາຍທີ່ສຸດໃນໂລກ ໂດຍໄດ້ຮັບຄະແນນນິຍົມ ທີ່ລະດັບ 94.67 ເປີເຊັນ ສ່ວນອັນດັບທີ 1-3 ນັ້ນ ກໍຄືເມືອງ Hoi An ຂອງຫວຽດນາມ ເມືອງ Tromso ຂອງນໍເວ ແລະ ເມືອງພູກາມ ຂອງມຽນມາ ທີ່ໄດ້ຄະແນນນິຍົມທີ່ລະດັບ 98.5 ເປີເຊັນ 97.33 ເປີເຊັນ ແລະ 96.92 ເປີເຊັນ ຕາມລຳດັບ.

ການທີ່ເມືອງຫຼວງພະບາງ ຖືກຈັດໃຫ້ຢູ່ອັນດັບທີ 8 ຂອງໂລກ ໃນຖານະທີ່ເປັນເມືອງ ຍອດນິຍົມຂອງນັກທ່ອງທ່ຽວດັ່ງກ່າວນີ້ ຖືເປັນການຕົກຕ່ຳລົງເຖິງ 7 ອັນດັບ ເນື່ອງຈາກ ວ່າ ໃນປີ 2015 ທີ່ຜ່ານມາ ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນດັບທີ 1 ໃນຖານະເມືອງ ຍອດນິຍົມສຸດ ຂອງນັກທ່ອງທ່ຽວ ຫາກແຕ່ວ່າສະພາບການດັ່ງກ່າວນີ້ ກໍນັບເປັນເລື່ອງ ປົກກະຕິໄປແລ້ວ ສຳລັບເມືອງຫຼວງພະບາງ ດັ່ງຈະເຫັນໄດ້ຈາກ ການຖືກຈັດໃຫ້ຢູ່ອັນ ດັບທີ 1 ຂອງໂລກໃນປີ 2006-2008 ກັບໃນປີ 2010-2012 ແລະປີ 2015 ຊຶ່ງກໍຄື ເມືອງຫຼວງພະບາງ ໄດ້ເສຍແຊ້ມ ໃຫ້ເມືອງອື່ນໆ ໃນປີ 2009 ປີ 2013-2014 ແລະ ປີ 2016 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ ຄາດໝາຍວ່າ ໃນຕະຫຼອດປີ 2016 ຈະມີຊາວຕ່າງຊາດຫຼາຍກວ່າ 6 ແສນ ຄົນ ທີ່ຈະເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກຫຼວງພະບາງ ໂດຍເພີ່ມຂຶ້ນ ຈາກປີ 2015 ທີ່ມີ ຊາວຕ່າງຊາດເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກຫຼວງພະບາງ 5 ແສນ ກວ່າຄົນນັ້ນ ຄິດເປັນອັດຕາສະເລ່ຍເກີນກວ່າ 20 ເປີເຊັນ ໝາຍຄວາມວ່າ ໃນແຕ່ ລະປີ ມີນັກທ່ອງທ່ຽວຕ່າງຊາດ ໃນເມືອງມໍລະດົກໂລກແຫ່ງນີ້ ເພີ່ມຂຶ້ນຫຼາຍກວ່າ 1 ແສນຄົນ.ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນ ເມືອງມໍລະດົກໂລກ ຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ຊາວເມືອງຫຼວງພະບາງຍັງຮັກສາໄດ້ ທັງວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະວັດສາດ ແລະທຳມະຊາດອັນ ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາ ທີ່ຕົກລົງໄວ້ກັບອົງການ UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ ແລະບູລະນະ ຊ້ອມແປງເຮືອນ ອາຄານ ວັດ ແລະສະຖານທີ່ຕ່າງໆ ພາຍໃນແຂວງ ທີ່ຈະຕ້ອງໄດ້ຮັກສາ ຮີດຄອງອັນດີງາມຂອງພໍ່-ແມ່ ປະຊາຊົນ ແລະສິ່ງດັ່ງເດີມທີ່ເປັນເອກະລັກໄວ້ ຢ່າງຄົບ ຖ້ວນ ດັ່ງທີ່ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ:

“ຂະແໜງການທ່ອງທ່ຽວພວກເຮົາ ໄດ້ພັດທະນາການທ່ອງທ່ຽວ ໃຫ້ຕິດພັນກັບການ ອະນຸລັກ ຮັກສາ ແລະສົ່ງເສີມວັດທະນະທຳ ລັດຖະບານຍາມໃດກະໄດ້ເອົາໃຈໃສ່ ພັດທະນາການທ່ອງທ່ຽວ ໄປຕາມທິດທາງດັ່ງກ່າວນັ້ນ ເຮັດໃຫ້ວຽກງານການທ່ອງ ທ່ຽວຕ່າງໆ ຂອງພວກເຮົານີ້ ນັບມື້ນັບຂະຫຍາຍຕົວ ໄດ້ຮັບການພັດທະນາ ມາຕາມ ທິດນັ້ນ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາ ກ່ຽວກັບວຽກງານການທ່ອງທ່ຽວ ໂຄສະນາກ່ຽວກັບແຫລ່ງທ່ອງທ່ຽວ ຕ່າງໆ ຂອງພວກເຮົານີ້ ເພື່ອໃຫ້ນັກທ່ອງທ່ຽວ ໃນທົ່ວໂລກນີ້ ໄດ້ຮູ້ຫຼາຍຂຶ້ນກ່ຽວກັບ ການທ່ອງທ່ຽວຂອງພວກເຮົາ.”

ໂດຍໃນປັດຈຸບັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ-ຣີສອດ 76 ແຫ່ງ ບ້ານພັກ 327 ແຫ່ງ ແລະຮ້ານອາຫານ 286 ແຫ່ງ ທີ່ຖືເປັນ ສ່ວນປະກອບສຳຄັນ ໃນແຜນການ ພັດທະ ນາການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະສ້າງ ລາຍຮັບໃນພາກບໍລິການ ແລະທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020 ດ້ວຍການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານຄົນ ໃນປີ 2020 ດັ່ງກ່າວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ເພື່ອເຮັດໃຫ້ສາມາດບັນລຸ ເປົ້າໝາຍດັ່ງກ່າວ ທາງການລາວກໍໄດ້ວາງແຜນການພັດທະນາ ໃນ 3 ໜ້າວຽກດ້ວຍກັນ ກໍຄືການຄຸ້ມຄອງ ການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆ ທີ່ມີຄວາມສະດວກສະບາຍຢ່າງຄົບຊຸດ ແລະຮັບປະກັນຄວາມ ປອດໄພໃຫ້ກັບນັກທ່ອງທ່ຽວໃຫ້ໄດ້ ຢ່າງຄັກແນ່ ຊຶ່ງກໍຮວມເຖິງການມີບ່ອນພັກເຊົາ ສຳລັບນັກທ່ອງທ່ຽວຊາວຕ່າງຊາດ ຢ່າງພຽງພໍກັບຄວາມຕ້ອງການ ທີ່ເພີ່ມຂຶ້ນດ້ວຍ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.