ລັດຖະບານໃຫ້ຢຸດຕິເກັບຄ່າຜ່ານຂົວທ່າງ່ອນແຕ່ວັນທີ 16 ສິງຫານີ້ເປັນຕົ້ນໄປ

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ໄດ້ໃຫ້ສໍາພາດນັກຂ່າວໃນວັນທີ 16 ສິງຫານີ້ວ່າ: ລັດຖະບານໄດ້ສັ່ງໃຫ້ຢຸດຕິການເກັບຄ່າບໍລິການຜ່ານຂົວທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນແລ້ວນັບແຕ່ວັນທີ 16 ສິງຫານີ້ເປັນຕົ້ນໄປ, ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລົງວັນທີ 8 ສິງຫາ 2016 ກ່ຽວກັບໃຫ້ຢຸດຕິການເກັບຄ່າບໍລິການຜ່ານຂົວດັ່ງກ່າວ, ຂະນະທີ່ເງິນທີ່ໄດ້ຈາກການເກັບຄ່າຜ່ານຂົວເກີນໜີ້ສີນທະນາຄານກາງແມ່ນໃຫ້ມອບເຂົ້າງົບປະມານລັດ.
            ທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ການຢຸດຕິເກັບຄ່າບໍລິການຜ່ານຂົວດັ່ງກ່າວນີ້, ເນື່ອງຈາກວ່າລັດສາມາດເກັບເງິນສຳລະໜີ້ກໍ່ສ້າງຂົວໃຫ້ທະນາຄານແຫ່ງ ສປປ ລາວ ສຳເລັດໝົດແລ້ວ ແລະ ລັດຖະບານໄດ້ກຳນົດໃຫ້ຄິດໄລ່ເກັບຄ່າບໍລິການຜ່ານຂົວ-ທາງ ເຂົ້າໃນລາຄານ້ຳ
ມັນເຊື້ອໄຟທີ່ລວມເຂົ້າໃນກອງທຶນທາງແລ້ວຕາມການຕົກລົງເມື່ອປີ 2011 ຜ່ານມາ, ເຊິ່ງໃນຕໍ່ໜ້າການບູລະນະສ້ອມແປງຂົວດັ່ງກ່າວແມ່ນໃຫ້ນຳໃຊ້ທຶນຈາກກອງທຶນທາງ. ພ້ອມນີ້,ໃຫ້ມອບເງິນລາຍຮັບຈາກການເກັບເງິນຄ່າຜ່ານຂົວທ່າງ່ອນ ທີ່ໄດ້ເກີນກວ່າໜີ້ສິນຄ້າງກັບທະນາຄານແຫ່ງ ສ ປປ ລາວ ເຂົ້າງົບປະມານລວມ ເພື່ອແກ້ໄຂລາຍຈ່າຍທີ່ຈຳເປັນຂອງລັດຖະບານ.

   ການຢຸດຕິເກັບຄ່າຜ່ານຂົວດັ່ງກ່າວ, ນັບວ່າເປັນຂ່າວດີສໍາລັບຜູ້ໃຊ້ລົດໃຊ້ຖະໜົນເວົ້າລວມ, ເວົ້າສະເພາະກໍແມ່ນຜູ້ທີ່ຂັບຂີ່ລົດໃຫຍ່ຜ່ານຂົວດັ່ງກ່າວແມ່ນບໍ່ໄດ້ເສຍເງິນອີກຕໍ່ໄປ, ເປັນການຫລຸດຄ່າໃຊ້ຈ່າຍຂອງປະຊາຊົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສີນຄ້າ, ຜົນຜະລິດກະສິກໍາ, ທັງເຮັດໃຫ້ສະພາບການສັນຈອນຜ່ານຂົວດັ່ງກ່າວມີຄວາມວ່ອງໄວຫລາຍຂຶ້ນ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.