ລາວເຝົ້າລະວັງລະດັບນ້ຳໃນທົ່ວປະເທດຢ່າງໃກ້ຊິດ, ຫລັງພະຍຸເຂດຮ້ອນດຽນມູຈະເຄື່ອນເຂົ້າພາກເຫນືອ

 ກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນວ່າ: ພະຍຸເຂດຮ້ອນ ດຽນມູ (Dianmu), ຫົວທີ 8 ໃນປີ 2016 ໄດ້ກໍ່ຕົວຂຶ້ນໃນວັນທີ 18 ສິງຫານີ້ໃກ້ແຄມຝັ່ງທາງພາກໃຕ້ຂອງສປ ຈີນໄດ້ມີຈຸດສູນກາງຢູ່ເສັ້ນຂະໜານທີ 21,2 ອົງສາເໜືອ ແລະ ເສັ້ນແວງທີ 110,9 ອົງສາຕາເວັນອອກ ພວມເຄື່ອນມາທາງດ້ານຕາເວັນຕົກ ແລະ ຄາດຄະເນວ່າ: ພະຍຸຫົວນີ້ ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດ ນາມ ໃນຕອນເຊົ້າວັນທີ 19 ສິງຫາຈາກນັ້ນ ກໍອ່ອນກຳລັງລົງເປັນພາຍຸດີເປຼຊັນ ຜ່ານພາກເໜືອຂອງລາວເຂດແຂວງຫົວພັນ ແລະ ຜົ້ງສາລີ,ໃນໄລຍະຄືນວັນທີ 19-20 ສິງຫານີ້. ຕະຫລອດໄລຍະເຄື່ອນທີ່ຂອງພະຍຸດັ່ງກ່າວ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ພ້ອມມີລົມພັດແຮງຢູ່ບັນດາແຂວງພາກເໜືອລົງຫາພາກກາງ ແລະ ຍັງຈະເຮັດໃຫ້ລະດັບແມ່ນ້ຳຂອງສູງ ແລະ ແມ່ນ້ຳສາຂາຕ່າງໆສູງຂຶ້ນຮອດເຂດລະວັງໄພ ໄປເຖິງເຂດອັນຕະລາຍຢູ່ບາງທ້ອງຖິ່ນອີກດ້ວຍ.

          ສຳລັບລະດັບນ້ຳປະຈຳວັນທີ 19-20 ສິງຫານີ້ຢູ່ແຂວງຫລວງພະບາງ ແມ່ນ 12,56 ແມັດ (ເຂດລະວັງໄພ 17,50 ແມັດ)ຫລັກ 4 ນະຄອນຫລວງວຽງຈັນ 9,52 ແມັດ (ເຂດລະວັງໄພ 11,50 ແມັດ)ສະຫວັນນະເຂດ 8,78 ແມັດ (ເຂດລະວັງໄພ 12 ແມັດ)ປາກເຊ 7,74 ແມັດ (ເຂດລະວັງໄພ 11 ແມັດ)ຂົວເຊບັ້ງໄຟ 16,98 ແມັດ (ລະວັງໄພ 17,50 ແມັດ)ເຂື່ອນນ້ຳງື່ມ 206,96 ແມັດ (ເຂດລະວັງໄພ 212 ແມັດ). ດັ່ງນັ້ນ ຈຶ່ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ເພື່ອກຽມພ້ອມຮັບມືກັບສະພາບຝົນຕົກໜັກລົມພັດແຮງນ້ຳຖ້ວມໄຫລຊຸແຮງນ້ຳຖ້ວມຍື່ງ ແລະ ດິນເຈື່ອນ,ພ້ອມທັງຈັດເກັບສິ່ງຂອງທີ່ຈຳເປັນ ແລະ ສັດລ້ຽງໄວ້ບ່ອນສູງ ເພື່ອຄວາມປອດໄພ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.