ປະທານາທິບໍດີ ສະຫະລັດ ຈະຊ່ວຍເຫຼືອ ລາວ ເພີ່ມເຕີມໃນການ ພັດທະນາ ຮອບດ້ານ

ອະດີດປະທານປະເທດ ສປປ ລາວ ທ່ານ ຈູມມະລີ ໄຊຍະສອນ ແລະ ປະທານາທິບໍດີ ບາຣັກ ໂອບາມາ ເຂົ້າຮ່ວມໃນກອງປະຊຸມ ສະຫະລັດ ອາຊຽນ ທີ່ລັດຄາລີຟໍເນຍ
ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳນະຄອນຫຼວງ ວຽງຈັນ ຢືນຢັນວ່າ ໃນໂອກາດທີ່ທ່ານ ບາຣັກໂອບາມາ ປະທານາທິບໍດີ ສະຫະລັດ ເດີນ ທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາ ຊຽນ ຢູ່ນະຄອນຫຼວງວຽງຈັນໃນ ລະຫວ່າງ ວັນທີ 6-8 ກັນຍາ 2016 ນີ້ປະທານາທິບໍດີ ສະຫະລັດ ປະກາດເພີ່ມການຊ່ວຍເຫຼືອແກ່ ລາວ ເຂົ້າໃນໂຄງການພັດທະນາໃໝ່ໆຫຼາຍ ຂຶ້ນເພື່ອເປັນການສະແດງເຖິງສາຍພົວພັນມິດຕະພາບ ລະຫວ່າງ 2 ປະເທດທີ່ໄດ້ຮັບ ການພັດທະນາໃຫ້ດີຂຶ້ນນັບມື້ ດັ່ງທີ່ທ່ານ Daniel Clune ໄດ້ໃຫ້ການຢືນຢັນວ່າ.

"ປະທານາທິບໍດີ ບາຣັກ ໂອບາມາ ຈະເດີນທາງມາ ລາວ ໃນເດືອນກັນຍາ, ແລະ ຢ້ຽມ ຢາມ ແລະ ທ່ານຈະເປັນປະທານາທິບໍດີ ສະຫະລັດ ຄົນທຳອິດ. ປະທານາທິບໍດີ ໂອບາ ມາ ຈະມີການປະກາດການຮ່ວມມືໃນສິ່ງທີ່ໜ້າສົນໃຈ ແລະ ສິ່ງທີ່ສຳຄັນຂະແໜງໃໝ່. ດັ່ງນັ້ນມັນຈິ່ງເປັນຄັ້ງປະຫວັດສາດຢ່າງແທ້ຈິງ ແລະ ມັນຈະເປັນສັນຍາລັກຂອງສະຖາ ນະພາບສາຍພົວພັນ ລະຫວ່າງ ສະຫະລັດ ແລະ ລາວ ໃນເວລານີ້."

ແຕ່ຢ່າງໃດກໍຕາມ ທ່ານ Daniel Clune ກໍບໍ່ໄດ້ໃຫ້ລາຍລະອຽດວ່າໂຄງການໃໝ່ດັ່ງກ່າວ ນີ້ຈະມີຮູບແບບໃດແນ່ ຫາກແຕ່ກອງປະຊຸມປຶກສາຫາລືຮອບດ້ານທີ່ ກ່ຽວກັບ ການພົວ ພັນຮ່ວມມື ລະຫວ່າງ ລາວ ກັບ ສະຫະລັດ ຄັ້ງທີ 7 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ນານມາ ນີ້ທາງການ ສະຫະລັດ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ ລາວ ເຂົ້າໃນການພັດທະນາຢ່າງ ຮອບດ້ານ ແລະ ຈະປະກອບສ່ວນຢ່າງເໝາະສົມເຂົ້າໃນບັນດາໂຄງການພັດທະນາທີ່ ສະ ຫະລັດ ມີສ່ວນຮ່ວມກັບ ລາວ ແລະ ໃນປະຊາຄົມ ອາຊຽນ.

ໂດຍຫຼ້າສຸດທາງການ ສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອ ລາວ ເຂົ້າໃນການປັບປຸງໂພ ສະນາການ ສຳລັບເດັກນ້ອຍອາຍຸຕຳ່ກວ່າ 5 ປີທີ່ຈະຈັດຕັ້ງປະຕິບັດໄປຈົນເຖິງປີ 2018 ດ້ວຍງົບປະມານລວມ 27 ລ້ານດ້ວຍເປົ້າໝາຍທີ່ຈະພັດທະນາການຕອບສະໜອງ ດ້ານ ໂພສະນາການທີ່ດີ ສຳລັບການເຕີບໂຕຂອງເດັກນ້ອຍອາຍຸຕຳ່ກວ່າ 5 ປີຈຳນວນຫຼາຍ ກວ່າ 170,000 ຄົນເຂດຊົນນະບົດຂອງ ລາວ.

ເຊິ່ງຕໍ່ບັນຫາດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງ ລາວ ກໍໄດ້ສະເໜີລາຍງານວ່າ ບັນ ຫາການຂາດສານອາຫານຂອງເດັກນ້ອຍອາຍຸຕຳ່ກວ່າ 5 ປີໄດ້ເປັນສາເຫດທີ່ເຮັດໃຫ້ ການຫຼຸດຈຳນວນເດັກນ້ອຍທີ່ໂຕເຕ້ຍສາມາດຳເນີນການໄດ້ ຢ່າງຊັກຊ້າ ຄືສາມາດຫຼຸດໄດ້ ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006 ລົງມາເປັນ 38 ເປີເຊັນໃນປະຈະບັນນີ້ ໝາຍຄວາມວ່າ ຫຼຸດລົງໄດ້ພຽງ 2 ເປີເຊັນເທົ່ານັ້ນໃນໄລຍະ 8 ປີທີ່ຜ່ານມາສ່ວນເດັກນ້ອຍ ອາຍຸຕຳ່ກວ່າ 5 ປີທີ່ມີນ້ຳໜັກຕຳ່ກວ່າເກນກໍຍັງສູງເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍ ສະຫັດສະວັດໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງຈຳນວນເດັກນ້ອຍ ອາຍຸຕຳ່ກວ່າ 5 ປີໃນທົ່ວປະເທດ.


ຍິ່ງໄປກວ່ານັ້ນເດັກນ້ອຍ ລາວ ທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ນັບຕັ້ງແຕ່ ມື້ເກີດຈົນຮອດອາຍຸ 6 ເດືອນຍັງຄິດເປັນອັດຕາສະເລ່ຍພຽງ 40 ເປີເຊັນເທົ່ານັ້ນ. ຊຶ່ງກໍ ເຮັດໃຫ້ມີຄວາມສ່ຽງສູງຕໍ່ການເສຍຊີວິດຍ້ອນໂຣກໄພຕ່າງໆຂອງເດັກນ້ອຍ ລາວ.

ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ ທາງການ ສະຫະລັດ ຍັງໄດ້ເພີ່ມການຊ່ວຍເຫຼືອ ສຳລັບການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນ ລາວ ເປັນ 13 ລ້ານໂດລາ ຕໍ່ປີນັບຈາກປີ 2015 ເປັນຕົ້ນມາ ຊຶ່ງລວມເຖິງການສົມທົບທຶນໃນມູນຄ່າ 2 ລ້ານໂດລາ ສຳລັບໃຫ້ກຸ່ມທີ່ປຶກສາ MAG ເພື່ອນຳໄປໃຊ້ໃນການເກັບກູ້ລະເບີດ UXO ຢູ່ໃນແຂວງ ຊຽງຂວາງ ອັນຖືເປັນພາກສ່ວນໜຶ່ງໃນໂຄງການທີ່ທາງການ ສະຫະລັດ ໄດ້ລິເລີ່ມຂຶ້ນໃໝ່ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກລະເບີດ UXO ອີິກດ້ວຍ.

ກ່ອນໜ້ານີ້ທ່ານ Daniel Clune ໃຫ້ການຢືນຢັນວ່າ ລັດຖະບານ ສະຫະລັດ ໄດ້ອະນຸມັດ ງົບປະມານມູນຄ່າລວມ 6.5 ລ້ານໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາເພື່ອໃຫ້ການ ຊ່ວຍເຫຼືອແກ່ຜູ້ທີ່ພິການຈາກລະເບີດ UXO ໃນ ລາວ 70,000 ກວ່າຄົນດຳເນີນໂຄງ ການໂດຍອົງການ World Education ພາຍໃຕ້ 4 ເປົ້າໝາຍຄືການຝຶກອົບຮົມການເພີ່ມ ຂີດຄວາມສາມາດດ້ານເສດຖະກິດ ການເຂົ້າເຖິງເທັກໂນໂລຈີ ແລະ ການຟື້ນຟູທາງການ ແພດສຳລັບຄົນພິການໃນ ລາວ ເປັນເວລາ 3 ປີກໍຄືໃນຊ່ວງປີ 2016-2018.

ສ່ວນເງິນທຶນອີກ 1.5 ລ້ານນັ້ນເປັນການສະໜັບສະໜູນໃຫ້ແກ່ໂຄງການຮ່ວມມືດ້ານການ ຜະລິດອົງຄະທຽມ ແລະ ເຄື່ອງຄຳ້ຊູສຳລັບຄົນພິການໄລຍະ 3 ປີເຊັ່ນກັນ ທັງນີ້ໂດຍນັບ ຈາກປີ 1993 ເປັນຕົ້ນມາ ທາງການ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອສຳລັບການເກັບກູ້ ລະເບີດ UXO ໃນ ລາວ ໄປແລ້ວເຖິງ 83 ລ້ານໂດລາ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.