ລາວ ແລະຫວຽດນາມ ວາງແຜນການ ທີ່ຈະ ຮ່ວມກັນ ກໍ່ສ້າງທາງດ່ວນ ເຊື່ອມຕໍ່ ວຽງຈັນ ກັບ ຮ່າໂນ່ຍ

ຄະນະນຳກະຊົວໂຍທາທິການ ແລະຂົນສົ່ງຂອງລາວ ແລະຫວຽດນາມ ໂດຍມີ ທ່ານ ລັດຕະນະມະນີ ຄູນນິວົງ ລັດຖະມົນຕີຊ່ວຍວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ເປັນຫົວໜ້າຄະນະຝ່າຍລາວ ແລະ ທ່ານເລ ດິງ ເຖາະ ລັດຖະມົນຕີຊ່ວຍວ່າການ ກະຊວງ ໂຍທາທິການ ແລະຂົນສົ່ງ ເປັນຫົວໜ້າຄະນະຝ່າຍຫວຽດນາມນັ້ນ ໄດ້ຮ່ວມກັນເດີນທາງ ໄປສຳຫຼວດພື້ນທີ່ຕົວຈິງ ຂອງໂຄງການກໍ່ສ້າງທາງດ່ວນເຊື່ອມຕໍ່ ຈາກນະຄອນຫຼວງ ວຽງຈັນ ໄປນະຄອນຫຼວງຮ່າໂນ່ຍ ເມື່ອບໍ່ນານມານີ້.

ໂດຍການສຳຫຼວດໃນຄັ້ງນີ້ ມີເປົ້າໝາຍເພື່ອກຳນົດແລວທາງກໍ່ສ້າງ ທີ່ມີລະຍະທາງ ສັ້ນທີ່ສຸດ ໃນການເຊື່ອມຕໍ່ກັນ ກໍຄືເລີ່ມຕົ້ນຈາກນະຄອນຫຼວງວຽງຈັນ ໄປຕາມແລວ ທາງຫຼວງແຫ່ງຊາດເລກທີ 13 ໃຕ້ ໄປຫາເມືອງປາກຊັນ ແລະໄປຕາມທິດຕາເວັນອອກ ຜ່ານເມືອງວຽງທອງ ໃນແຂວງບໍລິຄຳໄຊ ໄປເຊື່ອມຕໍ່ກັບຊາຍແດນຫວຽດນາມ ທີ່ດ່ານ ແທ່ງຖຸຍ ແລະເມືອງແທ່ງເຈືອງ ໃນແຂວງເຫງ່ອານ ລວມມີລະຍະທາງຍາວ 365 ກິໂລແມັດໃນເບື້ອງລາວ.ສ່ວນເສັ້ນທາງຢູ່ເບື້ອງຫວຽດນາມນັ້ນ ຈະມີລະຍະທາງຍາວລວມ 342 ກິໂລແມັດ ຈາກ ດ່ານຊາຍແດນ ແທ່ງຖຸຍ ໄປຕາມແລວທາງຫຼວງເລກ 46 ແລະເຊື່ອມຕໍ່ກັບທາງດ່ວນ ພາກເໜືອຕອນໃຕ້ໄປຫານະຄອນຫຼວງຮ່າໂນ່ຍ ຊຶ່ງກໍຈະເຮັດໃຫ້ທາງດ່ວນດັ່ງກ່າວນີ້ ມີລະຍະທາງລວມ 707 ກິໂລແມັດ ທັງໃນຫວຽດນາມ ແລະລາວ ຫາກແຕ່ວ່າ ການກໍ່ສ້າງ ພາກຕົວຈິງ ຈະມີຂຶ້ນເມື່ອໃດນັ້ນ ຍັງບໍ່ມີກຳນົດການ ທີ່ຄັກແນ່ຈາກທາງການ ລັດຖະບານ ຂອງທອງສອງຝ່າຍ ໃນເວລານີ້.

ແຕ່ຢ່າງໃດກໍຕາມ ທາງການລາວ ແລະຫວຽດນາມ ກໍເຊື່ອໝັ້ນວ່າ ທາງດ່ວນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການຂະຫຍາຍການຄ້າ ການລົງທຶນ ແລະການທ່ອງທ່ຽວ ລະຫວ່າງ 2 ປະເທດ ໃນຂະນະທີ່ລັດຖະບານລາວ ກໍຍັງຖືວ່າ ທາງດ່ວນດັ່ງກ່າວນີ້ ເປັນພາກສ່ວນ ໜຶ່ງໃນແຜນການພັດທະນາລາວ ໃຫ້ເປັນສູນກາງຂອງການເຊື່ອມຈອດ ດ້ານຄົມມະ ນາຄົມ-ຂົນສົ່ງ ໃນລຸ່ມແມ່ນ້ຳຂອງອີກດ້ວຍ.

ໂດຍໃນສົກປີ 2015-2016 ນີ້ ລັດຖະບານລາວ ໄດ້ຈັດສັນງົບປະມານ ໃຫ້ກະຊວງ ໂຍທາທິການ ແລະຂົນສົ່ງ ໃນມູນຄ່າລວມ 400 ຕື້ກີບ ສຳລັບນຳໃຊ້ໃນບ້ວງກອງທຶນທາງ ໂດຍໃນລະຍະທີ່ຜ່ານມາກໍໄດ້ນຳໃຊ້ກອງທຶນດັ່ງກ່າວນີ້ໄປ ເພື່ອການປັບປຸງໂຄງຂ່າຍ ຄົມມະນາຄົມ-ຂົນສົ່ງພາຍໃນປະເທດ ໄດ້ເຖິງ 658 ໂຄງການ ໃນນີກໍເປັນການບູລະນະ ແລະຊ້ອມແປງຂົວທາງ 528 ໂຄງການ ແລະຍົກລະດັບທາງຫຼວງ 30 ໂຄງການທີ່ເຊື່ອມຕໍ່ 148 ເມືອງໃນລາວ ກັບປະເທດໃນລຸ່ມນ້ຳຂອງດ້ວຍກັນໄດ້ແລ້ວ.

ໂດຍໃນປັດຈຸບັນນີ້ ໃນທົ່ວປະເທດລາວ ມີເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກ ຄິດ ເປັນລະຍະທາງລວມເຖິງ 51,900 ກວ່າກິໂລແມັດ ທັງມີລະຍະທາງທີ່ເພີ່ມຂຶ້ນເຖິງ 10,836 ກິໂລແມັດ ທຽບໃສ່ປີ 2010 ແລະຍັງເຮັດໃຫ້ເສັ້ນທາງຄົມມະນາຄົມ-ຂົນສົ່ງ ດັ່ງກ່າວສາມາດເຊື່ອມຕໍ່ 148 ເມືອງໃນ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ ຕະຫຼອດປີ ສ່ວນການເຊື່ອມໂຍງກັບປະເທດເພື່ອບ້ານໃນລຸ່ມແມ່ນ້ຳຂອງນັ້ນ ຍັງແນໃສ່ ການພັດທະນາໃຫ້ລາວເປັນສູນກາງການເຊື່ອຈອດດ້ານການຄ້າ ແລະບໍລິການອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການອະທິບາຍວ່າ:

“ພວກເຮົາກໍໄດ້ເລັ່ງລັດປັບປຸງເສັ້ນທາງຄົມມະນາຄົມ ເພື່ອເຮັດໃຫ້ແນວໃດ ໃຫ້ມັນ ທະລຸລ່ວງ ລະຫວ່າງເສັ້ນທາງຜ່ານ ລະຫວ່າງຫວຽດນາມ ແຂວງເຫງ່ອານ ແຂວງຮາຕິ່ງ ຜ່ານໄປທາງໄທ ກະແມ່ນໄປທາງນະຄອນພະນົມ ມຸກດາຫານ ໄປທາງຈັງຫວັດບຶງການ ຫຼືໜອງຄາຍ ມາທາງວຽງຈັນ ກະເຊັ່ນດຽວກັນ ໃນລະຍະຜ່ານມານີ້ ພວກເຮົາໄດ້ເອົາ ໃຈໃສ່ປັບປຸງ ກ່ຽວກັບຂອດ ໃນການບໍລິການ ຢູ່ໃນດ່ານເຊັ່ນວ່າ ດ່ານທາງເກົ່າແຈວ ດ່ານທາງເບື້ອງປາກຊັນ ພີ້.”

ທາງດ້ານກະຊວງແຜນການ ແລະການລົງທຶນ ລາຍງານວ່າ ໃນແຜນການປີ 2015- 2016 ນີ້ ລັດຖະບານລາວ ໄດ້ວາງເປົ້າໝາຍການພັດທະນາລະບົບພື້ນຖານໂຄງລ່າງ ໃຫ້ສຳເລັດ 247 ໂຄງການທົ່ວປະເທດ ຊຶ່ງຈະຕ້ອງໃຊ້ງົບປະມານ ສຳລັບດຳເນີນການ ໃນມູນຄ່າລວມເຖິງ 14,225.68 ຕື້ກີບ ຫຼື ເກີນກວ່າ 1,778 ລ້ານໂດລາ ຫາກແຕ່ລັດຖະ ບານລາວ ບໍ່ສາມາດຈະຕອບສະໜອງໄດ້ ຢ່າງພຽງພໍ ຈຶ່ງຕ້ອງເພິ່ງພາການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫຼັກ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.