ອຸດົມໄຊເລັ່ງຄົ້ນຫາສານເຄມີປາບສັດຕູພືດ ແລະ ຢາຂ້າຫຍ້າທີ່ຖືກນໍ້າຊຸສູນຫາຍ

 
 
 ປັດຈຸບັນພະແນກກະສິກໍາ-ປ່າໄມ້ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດ ລ້ອມ ແຂວງອຸດົມໄຊ
ພວມລະດົມກໍາລັງເຈົ້າໜ້າທີ່ເລັ່ງຄົ້ນຫາຖັງນໍ້າຢາເຄມີປາບສັດຕູພືດ ແລະ ຢາຂ້າຫຍ້າຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນຕົນພາຍຫລັງຖືກກະແສນໍ້າພັດຊຸໄຫລສູນຫາຍເມື່ອທ້າຍອາທິດຜ່ານມານີ້.
           ທ່ານຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງອຸດົມໄຊ ບຸນລຽນ ວໍລະກົດ ໃຫ້ຮູ້ວ່າ: ພາຍຫລັງມີສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງ ຫານີ້ໄດ້ສົ່ງຜົນໃຫ້ສາຍນໍ້າແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມເຮືອນຊານບ້ານຊ່ອງຖະໜົນຫົນທາງ ແລະ ພື້ນທີ່ການຜະລິດກະສິກໍາຂອງປະ ຊາຊົນໃນເຂດເມືອງແບ່ງ ແລະ ເມືອງຮຸນແຂວງອຸດົມໄຊໄດ້ຮັບຜົນເສຍຫາຍໜັກໜ່ວງເປັນບໍລິເວນກວ້າງ ແລະ ສິ່ງທີ່ໜ້າຕົກໃຈຈາກເຫດໄພທໍາມະຊາດຄັ້ງນີ້ແມ່ນສານເຄມີຂ້າຫຍ້າ ແລະ ຢາປາບສັດຕູພືດຈໍານວນບໍ່ໜ້ອຍຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນດັ່ງກ່າວທີ່ມີມູນຄ່າຫລາຍຮ້ອຍລ້ານກີບຖືກນໍ້າພັດຊຸໄຫລ
ສູນຫາຍໄປຊຶ່ງບັນຫາອັນຕະລາຍນີ້ແມ່ນຕ້ອງເລັ່ງເກັບກູ້ຄືນມາໃຫ້ໄດ້ໂດຍໄວ ເພື່ອບໍ່ໃຫ້ສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ການດໍາລົງຊີວິດຂອງຄົນໃນໄລຍະຍາວຊຶ່ງການຄົ້ນຫາແມ່ນສຸມໃສ່ຈຸດທີ່ເປັນສາງເກັບມ້ຽນສານເຄມີດັ່ງກ່າວທີ່ຖືກຂີ້ດິນຂີ້ຕົມທັບຖົມໜາແໜ້ນຊຶ່ງສານເຄມີດັ່ງກ່າວແມ່ນເປັນສານທີ່ມີຄວາມອັນຕະລາຍຫລາຍຖ້າຫາກເກີດການແຕກ ຫລື ຮົ່ວໄຫລ ແມ່ນຈະເຮັດໃຫ້ປາຕາຍ ແລະ ສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນໃນເຂດດັ່ງກ່າວຊຶ່ງມາ
ຮອດປັດຈຸບັນຍັງບໍ່ພົບເຫັນສະພາບປາຕາຍໃນພື້ນທີ່ດັ່ງກ່າວ ແລະ ເຂດບໍລິເວນໃກ້ຄຽງ. ແນວໃດກໍຕາມຕໍ່ກໍລະນີທີ່ເກີດນີ້ຂະແໜງກະສິກໍາໄດ້ແຈ້ງເຖິງອໍານາດການປົກຄອງ ແລະ ປະຊາຊົນໃນພື້ນທີ່ໃກ້ຄຽງໃຫ້ມີສະຕິລະວັງໃນການຊົມໃຊ້ນໍ້າໂດຍສະເພາະຫລີກລ້ຽງການໃຊ້ນໍ້າຈາກຫ້ວຍໜອງທີ່ບໍ່ຮັບປະກັນຄວາມ ສະອາດປອດໄພມາບໍລິໂພກ,ພ້ອມນີ້ເມື່ອພົບເຫັນກໍລະນີປາຕາຍຢູ່ຕາມຫ້ວຍນໍ້າຕ່າງໆແມ່ນໃຫ້ຮີບຮ້ອນແຈ້ງຕໍ່ອໍານາດການປົກຄອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໂດຍໄວເພື່ອລົງກວດກາແກ້ໄຂໃຫ້ທັນການ.

           ຂະນະດຽວກັນທ່ານຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ສົມແກ້ວ ມະນີວັນ ໃຫ້ຮູ້ວ່າ: ປັດຈຸບັນຍັງບໍ່ທັນຮູ້ຊັດເຈນວ່າສານເຄມີທີ່ສູນຫາຍໄປນັ້ນແມ່ນເປັນສານເຄມີປະເພດໃດມີຄວາມອັນຕະລາຍລະດັບໃດ ແລະ ມີປະລິມານເທົ່າໃດເນື່ອງຈາກວ່າໃນໄລຍະຜ່ານມາຂະແໜງການຕົນໄດ້ຮັບຊາບແຕ່ວ່າຜູ້ລົງທຶນປູກກ້ວຍສ່ວນຫລາຍພາຍໃນແຂວງໄດ້ຮັບອະນຸຍາດພຽງແຕ່ນໍາເຂົ້າປຸຍເທົ່ານັ້ນຈົນເກີດມີໄພທໍາມະຊາດຄັ້ງນີ້ຈຶ່ງຮູ້ວ່າມີສານເຄມີເສຍຫາຍ ແລະ ບໍ່ຮູ້ວ່າແມ່ນພາກສ່ວນໃດເປັນຜູ້ອະນຸຍາດໃຫ້ນໍາເຂົ້າສານເຄມີເຫລົ່ານັ້ນ,ຊຶ່ງຄາດວ່າອີກປະ ມານ 2 ວັນຈະສາມາດຮູ້ຜົນການຊອກຄົ້ນຫາສານເຄມີນີ້.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.