ອິນ​ເດຍ ​ກໍ່­ສ້າງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສ ໃຕ້​ນ້ຳ​ທະ­ເລ ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ທ່ານ ອາ­ລີ​ເຣ​ຊາ​ ຄາ​ເມ​ລີ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ຜູ້​ຂາ​ເຂົ້າ-ຂາ​ອອກ​ແກ​ັສ​ຂອງ​ອີ​ຣານ (NIGEC) ແຈ້ງ​ໃຫ້​ຮູ້­ເມື່ອ​ບໍ່​ດົນມາ​ນີ້ວ່າ ສາ­ມາດ​ທີ່​ຈະ​ສົ່ງ​ອອກ​ແກ​ັສໄປ​ຍັງ​ອິນ​ເດຍ ​ຜ່ານ​ທໍ່​ສົ່ງ​ລອດ​ພື້ນ​ນ້ຳ​ທະ­ເລ ຊຶ່ງ​ອິນ​ເດຍ ແລະ ບາງປະ­ເທດ​ເອີ​ຣົບ​ເປັນ​ຜູ້​ກໍ່­ສ້າງ ແລະ ຕິດ​ຕັ້ງ.

ທ່ານ ຄາ​ເມ​ລີ ເວົ້າ​ວ່າ​ ບັນ­ດາ​ຄູ່​ຮ່ວມ​ມື​ຂອງ​ອິນ​ເດຍ​ ແຈ້ງ​ໃຫ້​ຮູ້​ວ່າ ການ​ຄົ້ນ­ຄວ້າ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ທໍ່​ສົ່ງ​ແກ​ັສດັ່ງ­ກ່າວ​ໄດ້ສຳ­ເລັດ​ໂດຍ​ພື້ນ­ຖານ​ແລ້ວ ​ຈາກການ​ຮ່ວມ​ມື​ລະ­ຫວ່າງ ​ອິນ​ເດຍ ກັບ​ບາງ​ປະ­ເທດ​ໃນ​ເອີ​ຣົບ.

ເມື່ອ​ກ່ອນ​ໜ້າ​ນີ້ 10 ປີ ອີ​ຣານໄດ້​ມີ​ແຜນ­ການ​ລົງ­ທຶນ​ເຂົ້າ​ໃນການ​ກໍ່­ສ້າງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສຜ່ານ​ປາ​ກິດ​ສະ­ຖານ​ ເຂົ້າ​ໄປຍັງ​ອິນເດຍ​ ໂດຍ​ຕັ້ງ​ຊື່­ວ່າ “ທໍ່​ສົ່ງ​ສັນ­ຕິພາບ” ແຕ່​ຍ້ອນ​ບັນ­ຫາ​ທາງ​ດ້ານ​ການ­ເມືອງ ​ແລະ​ ຄວາມ​ຂັດ​ແຍ່ງລະ­ຫວ່າງ ​ອິນເດຍ ​ກັບ ​ປາ​ກິດ​ສະຖານ ​ຈຶ່ງ​ເຮັດ​ໃຫ້​ໂຄງ­ການ​ນັ້ນ​ປະ­ຕິ­ບັດ​ບໍ່​ໄດ້.

ເພື່ອ​ຫຼຸດ­ຜ່ອນ​ການ​ຂຶ້ນ​ກັບ​ແຫຼ່ງສະ­ໜອງ​ແກ​ັສ​ທຳ​ມະ​ຊາດ​ຂອງປະ­ເທດ​ເພື່ອນ​ບ້ານ​ປາ​ກິດ​ສະຖານ​ນັ້ນ ເມື່ອ​ບໍ່​ດົນ​ມາ​ນີ້​ອິນ​ເດຍ ຈຶ່ງ​ໄດ້​ມີ​ແຜນ­ການ​ກໍ່­ສ້າງ ແລະ ຕິດ​ຕັ້ງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັ​ສລອດໃຕ້​ນ້ຳ​ທະ­ເລ​ເພື່ອ​ນຳ​ເຂົ້າ​ນ້ຳ­ມັນ-ແກ​ັສ​ຈາກ​ອີຣານ ຖ້າ​ຫາ​ກວ່າ​ໂຄງການ​ນີ້​ໄດ້​ຮັບ​ການ​ຜັນ​ຂະ­ຫຍາຍ​ແລ້ວ​ ມັນ​ກໍ່​ຈະ​ເປັນ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສ​ໃຕ້​ນ້ຳ​ທະ­ເລ​ທີ່​ໃຫຍ່​ທີ່​ສຸດໃນ​ໂລກ.

ທ່ານ ຄາ​ເມ​ລີ ກໍ່​ໃຫ້​ຮູ້​ວ່າ ​ກຸ່ມ​ບໍລິ​ສັດ​ໜຶ່ງ​ຂອງ​ອິນ​ເດຍ ​ໄດ້​ໃຫ້​ສັນຍາ​ຊ່ວຍ­ເຫຼືອ​ດ້ານ​ການ​ເງິນ​ໃຫ້ແກ່​ໂຄງ­ການ​ອັນ​ໃຫຍ່ໂຕ​ນີ້ ຕາມການ​ອອກ​ແບບ​ແລ້ວ​ທໍ່​ສົ່ງ​ນ້ຳມັນ-ແກ​ັສ​ດັ່ງ­ກ່າວ ມີ​ຄວາມ​ຍາວປະ­ມານ 1.400 ກມ ແລະ ຖືກຕິດ​ຕັ້ງ​ໄວ້​ໃຕ້ທະ­ເລ ຊຶ່ງ​ມີ​ບາງບ່ອນ​ມີ​ຄວາມ​ເລິກ​ເຖິງ 3.500 ແມັດ ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສສາຍນີ້​ມີ​ມູນ​ຄ່າ​ກວ່າ 4,5 ຕື້​ໂດ​ລາສະ­ຫະ­ລັດ ຈະ​ໄດ້​ດູດ​ເອົາ​ນ້ຳ­ມັນດິບ ແລະ ແກ​ັສ​ທຳ​ມະ​ຊາດຈາກພາກ​ໃຕ້​ອີ​ຣານ ​ຜ່ານ​ທະ­ເລ​ໂອມານ ແລະ ມະ­ຫາ​ສະ­ໝຸດ​ອິນ​ເດຍ ໄປ​ຍັງ​ລັດ​ກຸ​ຈະ​ຣາດ ​ໃນ​ພາກ​ຕາເວັນ​ຕົກ​ຂອງ​ອິນ​ເດຍ ກຳ­ລັງ​ການຜະ­ລິດ​ຕາມ​ການ​ອອກ​ແບບ​ໃນໄລ­ຍະ​ທີ 1 ນັ້ນ ທໍ່​ສົ່ງນ້ຳ­ມັນ-ແກ​ັສ​ດັ່ງ­ກ່າວ ​ຈະ​ສົ່ງ​ແກ​ັສ​ໄດ້​ປະມານ 32 ລ້ານ​ແມັດ​ກ້ອນ/ວັນ.

ຄາດ​ວ່າ­ການ​ກໍ່­ສ້າງ ແລະ ຕິດຕັ້ງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສ​ອັນ​ໃຫຍ່ໂຕ​ດັ່ງ­ກ່າວ ​ຈະ​ໃຊ້​ເວ­ລາ 2 ປີ ຫຼັງຈາກ​ທີ່​ໄດ້​ຮັບ​ການ​ໃຫ້​ສັດ­ຕະ​ຍາບັນ​ຈາກ​ທັງ​ສອງ​ຝ່າຍ ແລະ ຂໍ້​ຕົກລົງ​ການ​ຊື້​-ຂາຍ​ແກ​ັສ​ໄດ້​ຮັບ​ການລົງ​ນາມ​ລະ­ຫວ່າງ ​ອິນ​ເດຍ ​ກັບ ​ອີຣານ ປັດ­ຈຸ­ບັນ​ນີ້ ອີ​ຣານ​ກໍ່​ພວມດຳ­ເນີນ​ການ​ເຈລະ­ຈາ​ກັບ​ບໍ­ລິ­ສັດຮ່ວມ​ທຸ­ລະ​ກິດ​ແກ​ັສ​ອາ­ຊີ​ໃຕ້ (SAGE) ຊຶ່ງ​ມີ​ສຳ­ນັກ­ງານ​ຕັ້ງ​ຢູ່ນະ­ຄອນ­ຫຼວງ​ນີວ​ແດນ​ລີ (ອິນເດຍ) ເພື່ອ​ຮ່ວມ​ມື​ໃນ​ການ​ກໍ່­ສ້າງໂຄງ­ການ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສ​ອັນໃຫຍ່​ໂຕ​ນັ້ນ​ດ້ວຍ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.