ທ້າວ Usain Bolt ຈາກຈາໄມກາ ຍັງຄົງເປັນ ນັກແລ່ນຫຼຽນຄຳ ທີ່ໄວສຸດ ຂອງໂລກຢູ່


 Usain Bolt ຈາກຈາໄມກາ, ກາງ,  Richard Thompson ຈາກປະເທດ Trinidad Tobago, ກາງ, ອັງກິດ James Dasaolu ລົງແຂ່ງຂັນ ໃນລາຍການ 100-ແມັດ ຮອບຄັດເລືອກ ໃນໂອລິມປິກ ລະດູຮ້ອນ ປີ 2016 ຢູ່ທີ່ສະໜາມກິລາ ໄອລິມປິກ ໃນນະຄອນ Rio de Janeiro, Brazil, ວັນທີ 15 ສິງຫາ 2016

ນັກແລ່ນໄວ ຊາວຈາໄມກາ  Usain Bolt ຍັງຄົງເປັນນັກແລ່ນໄວທີ່ສຸດ ໃນໂລກ ຕາມເດີມ.

ລາວໄດ້ຮັບໄຊຊະນະ ການແລ່ນໄລຍະ 100 ແມັດ ເພດຊາຍ ໃນວັນອາທິດວານນີ້ ສຳລັບການແຂ່ງຂັນໂອລິມປິກ ຄັ້ງທີສາມລຽນຕິດ ອັນເປັນສິ່ງທີ່ບໍ່ມີນັກແລ່ນຄົນໃດ ສາມາດເຮັດໄດ້ ໃນເມື່ອກ່ອນBolt ໄດ້ເລີ້ມຕົ້ນການແລ່ນຢ່າງຊ້າໆ ແຕ່ໄດ້ພຸ່ງຂຶ້ນຜ່ານ Justin Gatlin ຈາກສະຫະລັດ ໃນລະຍະປະມານຈຸດ 80 ແມັດ ໂດຍເອົາຊະນະ ດ້ວຍເວລາ 9.81 ວິນາທີ. ໄຊຊະນະດັ່ງກ່າວ ໄດ້ກໍ່ໃຫ້ເກີດສຽງເຊຍດັງຂຶ້ນ ຈາກຝູງຄົນຫຼວງຫຼາຍ ທີ່ກຳລັງຊົມ ການແຂ່ງຂັນ ໃນຈໍໂທລະພາບຢູ່ທີ່ນະຄອນຫຼວງ Kingston ຂອງ ຈາໄມການຢູ່ນັ້ນ.  Bolt ຍັງມີຄວາມຕ້ອງການ ທີ່ຢາກຈະປະສົບຜົນສຳເລັດຕື່ມອີກ ຢູ່ Rio Olympics ບ່ອນທີ່ລາວ ຍັງຈະພະຍາຍາມ ເອົາໄຊຊະນະ ໃນການແລ່ນ 200 ແມັດ ແລະ 100 ແມັດ ຜັດປ່ຽນ 4 ຄົນ ເປັນເທື່ອທີສາມ
.Bolt ກ່າວວ່າ “ຄອຍຖ້າເບິ່ງ ຍັງເຫຼືອອີກສອງລາຍການ ບາງຄົນ ເວົ້າວ່າ ຂ້າ ພະເຈົ້າ ສາມາດ ສ້າງອະມະຕະໄດ້. ຍັງເຫຼືອອີກສອງຫລຽນ ແລະ ຂ້າພະເຈົ້າ ຈະ ສາມາດ ອອກໄປໄດ້. ໂດຍເປັນຜູ້ອະມະຕະ.”
Usain Bolt ນັກແລ່ນໄວທີ່ສຸດ ຈາກຈາໄມກາ ສະເຫຼີມສະຫຼອງ ໄຊຊະນະ ການແລ່ນໄວ ໄລຍະ 100 ແມັດ ຮອບສຸດທ້າຍ ໃນລະຫວ່າງ ການແຂ່ງຂັນກິລາ ໂອລິມປິກ ລະດູຮ້ອນ ປີ 2016 ຢູ່ທີ່ສະໜາມກິລາ ໃນນະຄອນ Rio de Janeiro, ປະເທດ Brazil, ວັນທີ 14 ສິງຫາ 2016
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.