ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດຄັ້ງທີ 10

           
ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 
ຂອງພັກ ເຂົ້າສູ່ການຈັດຕັ້ງປະຕິ ບັດຕົວຈິງໃນແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເວົ້າລວມເວົ້າສະເພາະການຈັດຕັ້ງປະຕິບັດວຽກງານຈັດຕັ້ງການກໍ່ສ້າງພັກ-ພະນັກງານໃນເງື່ອນໄຂໃໝ່ ກອງປະຊຸມວຽກງານທົ່ວປະເທດຄັ້ງທີ 10 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ສິງຫານີ້ ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດສະຫາຍ ພັນຄໍາ ວິພາວັນ ກໍາມະການສູນກາງພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງປະທານປະເທດ,  ມີບັນດາສະຫາຍກົມການເມືອງສູນກາງພັກຄະນະເລຂາທິ ການສູນກາງພັກມີບັນດາຫົວໜ້າຄະນະຈັດຕັ້ງຈາກບັນດາແຂວງ ແລະ ກະຊວງ ເຂົ້າຮ່ວມ.

          ສະຫາຍ ຈັນສີ ໂພສີຄໍາ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງໃນໄລຍະ 5 ປີ ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງຕະຫລອດໄລຍະ 5 ປີຜ່ານມາ ວຽກງານຈັດຕັ້ງໄດ້ຮັບການປັບປຸງແກ້ໄຂວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄດ້ມີຜົນສໍາເລັດໃນແຕ່ລະດ້ານເຮັດໃຫ້ຈໍານວນສະ ມາຊິກພັກເພີ່ມຂຶ້ນມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບມີຄວາມເປັນລະ ບຽບຮຽບຮ້ອຍເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ.

          ຈາກນັ້ນບັນດາກະຊວງ-ອົງການໄດ້ປະກອບຄໍາຄິດຄໍາເຫັນຕໍ່ທິດທາງໜ້າທີ່ວຽກງານໃນການປັບປຸງແນວທາງການຈັດຕັ້ງຂອງພັກ 5 ປີຕໍ່ໜ້າໃນດ້ານຕ່າງໆ ເປັນຕົ້ນແມ່ນວຽກງານກໍ່ສ້າງພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນແຜນຍຸດທະສາດວຽກງານພັກ-ພະນັກງານແຕ່ນີ້ຮອດປີ 2020ຄົ້ນຄ້ວາ ແລະ ປັບປຸງໃໝ່ບັນດານິຕິກໍາ ກ່ຽວກັບວຽກງານຈັດຕັ້ງ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.