ໄຂຂໍ້ຂ້ອງໃຈ!! ກັບການສອບເສັງເຂົ້າ ມຊ 15,000ຄົນ ແຕ່ເອົາພຽງ 5000ຄົນ (ອ່ານດ່ວນ)


ສື່ສັງຄົມອອນລາຍໃຕ້ດິນຂ້ອງໃຈການສອບເສັງເຂົ້າຮຽນຢູ່ມະຫາວິທະຍາໄລ 15.000 ຄົນ ແຕ່ຮັບເອົາພຽງ 5.000 ຄົນ, ສ່ວນທີ່ເຫລືອ 10.000 ຄົນຈະເອົາໄປໄວ້ໃສ ບ່ອນນີ້ມີຄໍາຕອບ
        ຈົດໝາຍແລກປ່ຽນ: ຫລາຍທ່ານຕັ້ງຄໍາຖາມວ່າປີນີ້ກະຊວງສາສຶກສາທິການ ແລະ ກິລາເປີດເຜີຍວ່າໄດ້ມີນັກຮຽນນັກສຶກສາເຂົ້າສອບເສັງຢູ່ມະຫາວິທະຍາແຫ່ງຕ່າງໆທົ່ວປະເທດປະມານ 15.000 ຄົນ ແຕ່ຈະຄັດເລືອກເອົາພຽງ 5.000 ຄົນເທົ່ານັ້ນເພື່ອບັນຈຸເຂົ້າຮຽນໃນລະດັບມະຫາວິທະຍາໄລ. ເພີ່ນວ່າຄັນຊັນຍັງເຫລືອ 10.000 ຄົນຈະເອົາໄປໃສ່? ໄປຮຽນຢູ່ໃສ? ບໍ່ຕົກຄ້າງ? ອາດກາຍເປັນຄົນເສເພ ແລະ ກາຍເປັນຄົນວິໃຈຝຸ່ນເລາະຫາຫລິ້ນຕາມກາງບ້ານຮ້ານຫຍ້າບໍ? ໃຜຈະເປັນຜູ້ແບກຮາບພາລະເຂົາເຈົ້າ? ຖ້າປ່ອຍປະລະເລີຍດົນໄປເຂົາເຈົ້າບໍ່ໄປເປັນນັກເລັງອັດຕະພານ ແລະ ຕິດຢາບ້າຂ້າຄົນບໍ?
          ທ່ານ ດຣ ສະໜອງເພັດມີຄວາມຄິດແລກປ່ຽນ ແລະ ໃຫ້ທັດສະນະວ່າ: ເລື່ອງບັນຫາດັ່ງກ່າວບໍ່ຕ້ອງງໍ້ ແລະ ບໍ່ຕ້ອງຄິດແບບຕື້ນໆ ຂໍໃຫ້ຄິດແບບກວ້າງ ແລະ ເບິ່ງໂລກແນ່ແບບອາຍຸຢືນຍາວໝາຍວ່າໃນໂລກບໍ່ມີປະເທດໃດດອກທີ່ວ່າການສອບເສັງຈະໄດ້ໝົດທຸກຄົນ ແລະ ຜູ້ເສັງຕົກຈະກາຍເປັນຄົນຜີບ້າໝົດທຸກຄົນເພາະລະບົບການພັດທະນາການສຶກສາມີຂັ້ນມີຕອນ ແລະ ມີການຈັດລຽນອັນດັບຄວາມສໍາຄັນຂອງມັນຍົກຕົວຢ່າງວ່າມີນັກສອບເສັງ 15.000 ຄົນ ແຕ່ຄັດເລືອກພຽງແຕ່ 5.000 ຄົນເຂົ້າຮຽນມະຫາວິທະຍາໄລ ສ່ວນທີ່ເຫລືອງກໍຕ້ອງໄປຮຽນວິຊາຊີບຕາມສາຂາຕ່າງໆທີ່ເຂົາເຈົ້າມັກໃນວິທະຍາໄລ ແລະ ໂຮງຮຽນວິຊາຊີບແຫ່ງຕ່າງໆເຊັ່ນ: ກົນຈັກ, ຕັດຫຍີບ, ບໍລິການ ແລະ ອື່ນໆ.
        ສະນັ້ນໃຫ້ເຂົ້າໃຈວ່າມັນເປັນບໍ່ໄດ້ດອກເສັງ 15.000 ຄົນຈະເກັງໝົດ ແລະ ໄດ້ຫລຽນຄໍາໝົດໂດຍເຫດຜົນດັ່ງກ່າວຈິ່ງເວົ້າວ່າໃນສັງຄົມມີຜູ້ເກັ່ງ, ມີຜູ້ປານກາງ ແລະ ຜູ້ອ່ອນ ສິ່ງສໍາຄັນຕ້ອງຮູ້ຈັດລຽງອັນໃດຄວນເປັນທີ 1 ແລະ ທີຕໍ່ໄປ. ຜ່ານມາມີແຫລ່ງຂ່າວໃຕ້ດິນກໍນໍາສະເໜີຂໍ້ມູນຫລາຍສີຫລາຍສັນ ແລະ ໜ້າສົນໃຈ ແຕ່ຖ້າດີກໍຂໍໃຫ້ເບິ່ງບັນຫາກວ້າງ ແລະ ມີລັກສະນະສ້າງສັນ.
ແຫຼ່ງຂ່າວ:  Pathedlao Lao

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.