ມີຜູ້ເສຍຊີວິດ 21 ຄົນ ໃນເຫດລະເບີດ ຢູ່ຈີນ


ເຫດ​ລະ​ເບີດ​ຂະໜາດ​ແຮງທີ່​ໂຮງ​ໄຟຟ້າ​ແຫ່​ງນຶ່ງ​ຂອງ​ຈີນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 21 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 5 ຄົນ ອີງຕາມ​ລາຍ​ງານ​ຂ່າວຂອງ​ທາງ​ການ.
​ເຈົ້າໜ້າ​ທີ່ກ່າວ​ວ່າ ທໍ່​ອາຍ​ນ້ຳ​ທີ່​ມີ​ຄວາມ​ກົດດັນ​ສູງ ​ໄດ້​ເກີດ​ລະ​ເບີດ ຢູ່​ເມືອງ Dangyang ​ໃນ​ແຂວງ Hubei ທາງ​ພາກ​ກາງຂອງ​ປະ​ເທດ.
​ເຫດ​ລະ​ເບີດໃນ​ວັນ​ພະຫັດ​ວານນີ້ ​ແມ່ນ​ອຸບັດ​ຕິ​ເຫດດ້ານ​ອຸດສາຫະກຳ ທີ່​ມີມາເປັນ​ລຳດັບ​ເທື່ອຫລ້າ​ສຸດ ຢູ່​ໃນ​ປະ​ເທດ​ຈີນ.
ການ​ສືບສວນ​ກ່ຽວ​ກັບ​ເຫດ​ຮ້າຍ​ດັ່ງກ່າວ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເວລາ​ນີ້.
ອຸບັດ​ຕິ​ເຫດ​ຕ່າງໆແມ່ນໄດ້ເກີດ​ຂຶ້ນມາ​ເປັນ​ເວລາ​ຫລາຍໆ​ປີ​ຢູ່​ຈີນ ​ຍ້ອນບໍ່​ມີ​ການ​ຄວບ​ຄຸມ ມາດຕະຖານ​ທາງ​ດ້ານ​ອຸດສາຫະກຳ​ຢ່າງ​ເຄັ່ງ​ຄັດແຕ່ຈີນ​ກໍ​ໄດ້​ປະກາດ​ວ່າ​ຈະ​ມີການ​ປັບປຸງ​ກ່ຽວ​ກັບ​ເລື້ອງນີ້.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.