ໂສມໜ້າແລະຊື່ນ້ອງນັກຮຽນທັງ 3 ທີ່ຄວ້າ ອັນດັບ 1 ການຕອບຖາມອາຊຽນ ລະດັບພາກພື້ນ!

ນັກຮຽນລາວຊະນະເລີດຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ

ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ຄັ້ງທີ 7, ໄດ້ຈັດຂຶ້ນໃນວັນທີ 24 ສິງຫານີ້ທີ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍມີບັນດານ້ອງນັກຮຽນຈາກໂຮງຮຽນມັດທະ ຍົມຕອນປາຍທັງພາກລັດ ແລະ ເອກະຊົນ ຂອງ 10 ປະເທດອາຊຽນເຂົ້າຮ່ວມແຂ່ງຂັນ ແລະ ຜົນການແຂ່ງຂັນປະກົດວ່ານ້ອງນັກຮຽນຈາກ ສ ປປ ລາວ ຄື:

- ນາງ ສິຣີໂສພາ ສິດທິພອນ ມາຈາກໂຮງ ຮຽນນິລະດາ,
- ນາງ ແອນຕິກາ ໄຊຍະພອນ ຈາກ ມສ ປາກເຊ ແລະ
- ທ້າວ ຈັນຈະເລີນ ລາດສະພອນ ຈາກ ມສ ສະຫວັນນະເຂດ

ສາມາດຍາດໄດ້ອັນດັບ 1 ໂດຍໄດ້ຮັບທຶນການສຶກສາຈໍານວນ 1.500 ໂດລາສະຫະລັດ, ອັນດັບ 2 ແມ່ນນັກຮຽນຈາກຟິລິປີນ ໄດ້ຮັບທຶນການສຶກສາຈໍານວນ 1.200 ໂດລາສະຫະລັດ ແລະ ອັນດັບ 3 ແມ່ນນັກຮຽນຈາກຣາຊະອານາຈັກໄທ, ໄດ້ຮັບທຶນການສຶກສາ 900 ໂດລາສະຫະລັດ.


ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ການແຂ່ງດັ່ງກ່າວເປັນການສ່ອງແສງໃຫ້ເຫັນກ່ຽວກັບຄວາມເປັນມາ ແລະ ວິວັດທະ ນາການທາງດ້ານປະຫວັດສາດ, ສັງຄົມ, ວັດທະນະທຳ, ການເມືອງ ແລະ ເສດຖະກິດ ພາຍໃນຂົງ ເຂດອາຊີຕະເວັນອອກສ່ຽງໃຕ້.

ນອກຈາກນີ້ ຍັງເປັນໂອກາດທີ່ດີໃຫ້ແກ່ນ້ອງນັກຮຽນໄດ້ພົບປະຮຽນຮູ້ກັບໜູ່ເພື່ອນໄວດຽວກັນເພື່ອຍົກສູງທັກສະການສື່ສານ ແລະ ແລກປ່ຽນທາງດ້ານວັດທະນະທຳ, ຮີດຄອງປະເພນີອັນດີງາມເຊິ່ງກັນ ແລະ ກັນອີກດ້ວຍ.

ພາບແລະຂ່າວ: ລາວພັດທະນາ
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.