ລະເບີດສະຫຼະຊີບ ໄດ້ສັງຫານ 45 ຄົນໃນ ເຢເມນ

ບັນດາເຈົ້າໜ້າທີ່ກ່າວວ່າ ການໂຈມຕີດ້ວຍລະເບີດສະຫຼະຊີບໃນເມືອງ Aden ທີ່ຕັ້ງຢູ່ ພາກໃຕ້ຂອງປະເທດ ເຢເມນ ໄດ້ຂ້າຢ່າງໜ້ອຍ 25 ຄົນ ແລະ ອີກຫຼາຍຄົນໄດ້ຮັບບາດ ເຈັບ.

ພວກເຈົ້າໜ້າທີ່ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງໄດ້ຂັບລົດທີ່ເຕັມໄປດ້ວຍລະເບີດ ຕຳເຂົ້າໃສ່ອາຄານທີ່ຖືກໃຊ້ໂດຍກອງກຳລັງທີ່ສະໜັບສະໜູນລັດຖະບານໃນວັນຈັນມື້ນີ້.

ເຢເມນ ໄດ້ມີສ່ວນຮ່ວມໃນສົງຄາມທີ່ຕໍ່ສູ້ກັບລັດຖະບານຂອງປະທານາທິບໍດີທີ່ຖືກຮັບຮູ້ ໂດຍສາກົນ ທ່ານ Abdu Rabu Mansour Hadi ແລະ ປະເທດ ຊາອູດີ ອາເຣຍ ທີ່ເປັນ ພັນທະມິດ ຂອງທ່ານ ກັບພວກ Houthi ທີ່ໄດ້ຮັບການໜູນຫຼັງໂດຍ ອີີຣ່ານ, ຜູ້ທີ່ໄດ້ອ້າງ ວ່າພວກ ເຂົາເຈົ້າໄດ້ຖືກແບ່ງແຍກໂດຍລັດຖະບານເປັນເວລາຫຼາຍປີ.

ອົງການສະຫະປະຊາຊາດ ກ່າວວ່າ ປະຊາຊົນຫຼາຍກວ່າ 6,500 ຄົນ, ຢ່າງໜ້ອຍເຄິ່ງໜຶ່ງ ໃນນັ້ນ ແມ່ນພວກພົນລະເຮືອນ, ໄດ້ຖືກຂ້າຕາຍໃນຄວາມຂັດແຍ້ງດັ່ງກ່າວ.

ພ້ອມກັນນັ້ນ, ພວກຫົວຮຸນແຮງ al-Qaida ແລະ ພວກ ຈີຮາດ ລັດອິສລາມ ໄດ້ເປີດສາກ ໂຈມຕີຢ່າງເປັນປະຈຳ ໃນພາກພື້ນຕອນໃຕ້ ແລະ ຕາເວັນອອກສຽງໃຕ້ຂອງປະເທດ ເຢເມນ ທີ່ມີຄວາມວຸ່ນວາຍນີ້.

ແນວໃດກໍຕາມ, ເທົ່າເຖິງດຽວນີ້ກໍບໍ່ໄດ້ມີການອ້າງເອົາຄວາມຮັບຜິດຊອບຈາກຜູ້ໃດເທື່ອ ສຳລັບການໂຈມຕີໃນວັນຈັນມື້ນີ້.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.