ຕັກກະແຕນຝູງຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຂອງປະຊາຊົນຢູ່ ແຂວງຫົວພັນ ແລະ ຫຼວງພະບາງ

ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ແລະ ແຂວງຫຼວງພະບາງ ເປີດ ເຜີຍຕໍ່ນັກຂ່າວ ພວກເຮົາທ້າຍອາທິດຜ່ານມານີ້ວ່າ: ຕັກກະແຕນຝູງຍັງສືບຕໍ່ລະບາດ ແລະ ທຳລາຍພືດຜົນການຜະລິດຂອງປະຊາຊົນຢູ່ໃນ ສອງແຂວງດັ່ງກ່າວສະເພາະຢູ່ແຂວງຫົວ ພັນເລີ່ມມີການລະບາດນັບແຕ່ປີ 2014 ເປັນຕົ້ນມາໃນເບື້ອງຕົນມີການລະບາດພຽງເມືອງດຽວແຕ່ມາຮອດປັດຈຸບັນແມ່ນມີການລະບາດຂະຫຍາຍໄປ 6 ເມືອງຄື: ເມືອງຊຳເໜືອວຽງໄຊເມືອງແອດຫົວເມືອງເມືອງຊ່ອນ ແລະ ເມືອງຮ້ຽມຊຶ່ງມີຫຼາຍກວ່າ 66 ບ້ານຊຶ່ງມາຮອດດຽວນີ້ມີເນື້ອທີ່ປ່າໄມ້ປ່ອງເຂົ້າໄຮ່ ແລະ ພືດຜົນຂອງປະຊາ ຊົນຖືກຕັກກະແຕນກິນເສຍຫາຍແລ້ວຫລາຍກວ່າ 700 ເຮັກຕາ ແລະ ຄາດວ່າຈະຂະຫຍາຍອອກສູ່ວົງກວ້າງຂຶ້ນເລື້ອຍໆເຖິງຢ່າງໃດ
ກໍຕາມປັດຈຸບັນພາກ ສ່ວນກ່ຽວຂ້ອງກໍຄືພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ເອົາໃຈໃສ່ໃນການກຳຈັດ ແລະ ສະກັດກັ້ນການລະບາດຂອງຝຸງຕັກກະແຕນຢ່າງຮີບດ່ວນ, ດ້ວຍການລົງສົມທົບກັບອຳນາດການປົກຄອງເມືອງ ແລະ ບ້ານທີ່ມີການລະບາດເພື່ອທຳລາຍຝຸງຕັກກະແຕນດ້ວຍການດັກຈັບ ແລະ ພົ່ນຢາຂ້າແຕ່ກໍສາ ມາດກຳຈັດໄດ້ພຽງສ່ວນໃດໜຶ່ງເທົ່ານັ້ນ ແລະ ຜ່ານມາເຖິງວ່າລັດຖະ ບານ,ກໍຄືປະເທດເພື່ອນບ້ານ ແລະ ອົງການຈັດຕັ້ງຕ່າງໄດ້ສະໜອງງົບປະມານ  ແລະ ອຸປະກອນເພື່ອນຳໃຊ້ເຂົ້າໃນວຽກງານດັ່ງ ກ່າວແຕ່ກໍຍັງບໍ່ທັນພຽງພໍກັບການປະຕິບັດວຽກຕົວຈິງໂດຍສະເພາະແມ່ນນ້ຳຢາຂ້າຕັກກະແຕນເຄື່ອງພົ່ນຢາ ແລະ ອື່ນໆ.

          ສຳລັບຢູ່ແຂວງຫຼວງພະບາງແມ່ນຍັງມີການລະບາດຂອງຕັກກະແຕນຝຸງຢູ່ 6 ເມືອງຄື: ເມືອງໂພນທອງວຽງຄຳເມືອງງອຍປາກແຊງປາກໂອ ແລະ ໂພນໄຊ,ຊຶ່ງມາຮອດປັດຈຸບັນຕັກກະ ແຕນໄດ້ກັດກິນ ແລະ ທຳລາຍພືດຜົນ ຂອງປະຊາຊົນແລ້ວຫຼາຍກວ່າ 117 ເຮັກຕາ ແລະ ຕັກກະແຕນໄດ້ມີການເຄື່ອນຍ້າຍເພື່ອທຳລາຍພືດຜົນຂອງປະຊາຊົນເພີ່ມຫຼາຍຂື້ນຂະນະທີ່ພາກສ່ວນກ່ຽວຂ້ອງ ກໍຄືພະແນກກະສິກຳແຂວງກໍໄດ້ເອົາໃຈໃສ່ປາບ ແລະ ທຳລາຍຕັກກະແຕນຢູ່ເຂດທີ່ມີການລະບາດເຊັ່ນດຽວກັບແຂວງຫົວພັນແຕ່ກໍສາມາດກຳຈັດໄດ້ພຽງສ່ວນໜຶ່ງເທົ່ານັ້ນເນື່ອງຈາກພົບຄວາມຍຸງຍາກໃນການກຳຈັດຄື: ເວລາສີດຢາຂ້າຕັກກະແຕນໄດ້ບິນຂີ້ນໄປຢູ່ໃນທີ່ສູງເຮັດໃຫ້ການພົ່ນຢາບໍ່ສາມາດເຂົ້າເຖິງບວກກັບຕັກກະແຕນໄດ້ມີການວາງໄຂຂະຫຍາຍພັນເພີ່ມຂຶ້ນເລື້ອຍໃນແຕ່ລະໄລຍະຈຶ່ງຍາກທີ່ຈະກຳຈັດໃຫ້ໝົດແຕ່ໜ່ວຍງານກ່ຽວຂ້ອງກໍເອົາໃຈໃສ່ຢ່າງເຕັມທີ່ແລ້ວຂະນະທີ່ງົບປະມານ ແລະ ນ້ຳຢາພົ້ນຂ້າຕັກກະແຕນແມ່ນບໍ່ພຽງພໍ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.