ຝູງຕັກແຕນ ​ຍ້າຍໄປລະບາດຢູ່ຊຽງຂວາງ ແລະ
 ເລີ່ມສ້າງຄວາມເສຍຫາຍແກ່ຜົນລະປູກແລ້ວ
 ປີນີ້ ຊາວກະສິກອນຕ້ອງໄດ້ເຝົ້າລະວັງເປັນພິເສດຕໍ່ການລະບາດຂອງຝຸງຕັກແຕນທຳລາຍຜົນລະປູກປະຊາຊົນ ເພາະພາຍຫຼັງທີ່ເກີດຢູ່ແຂວງຫົວພັນ ແລະ ຫຼວງພະບາງ ໃນໄລຍະຜ່ານມາ ປັດຈຸບັນເລີ່ມປາກົດຂຶ້ນຢູ່ເມືອງຄຳ ແຂວງຊຽງຂວາງ ຢູ່ບໍລິເວນຊາຍແດນເຊື່ອມຕໍ່ກັບແຂວງຫົວພັນ.
ຕາມການລາຍງານຂອງໜ່ວຍງານປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນຕອນເຊົ້າວັນທີ 11 ສິງຫາ 2016 ຜ່ານມາວ່າ ພະນັກງານໜ່ວຍງານທີ່ກ່ຽວຂ້ອງ ພະແນກກະສິກຳ ແລະ ປ່າໄມ້ແຂວງຊຽງຂວາງ ສົມທົບກັບອໍານາດການປົກຄອງເມືອງຄໍາ ໄດ້ພ້ອມກັນລົງກວດກາການລະບາດຂອງຕັກແຕນຢູ່ບ້ານແກ່ວເລິກ ກຸ່ມບຸນຖິ່ນ ເມືອງຄຳ ແຂວງຊຽງຂວາງ ພົບຕັກແຕນທີ່ເລີ່ມເຄື່ອນຍ້າຍມາທາງທິດເໜືອ ແລະ ລະບາດລຽບຕາມຊາຍແດນຊຽງຂວາງ-ຫົວພັນ ເຊິ່ງຕັກແຕນຈະຢູ່ເປັນຝຸງ ແລະ ເຄື່ຶອນຍ້າຍເປັນຝູງ ມັກກິນໃບໄມ້ປ່ອງ ສາລີ ເຂົ້າ ແລະ ອື່ນໆ ສົ່ງຜົນເຮັດໃຫ້ຜົນຜະລິດຂອງປະຊາຊົນເສຍຫາຍຈໍານວນນຶ່ງແລ້ວ.ອ່ານຕໍ່......
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.