ຄາດຕະກຳຫຼານຍ້ອນຫຼານປ່ຽນເພັງ

ພັຕ ຄໍາມູນ ໄຊຍະມາກ ຫົວໜ້າພະ ແນກຕຳຫຼວດ ປກສ ເມືອງລອງ ແຂວງ ຫຼວງນໍ້າທາໃຫ້ຮູ້ວ່າ: ວັນທີ 26 ກໍລະ ກົດ 2016 ໄດ້ຮັບແຈ້ງຄວາມຈາກປະ ຊາຊົນຢູ່ບ້ານດອນໄຈວ່າ ເກີດເຫດ ການຍິງກັນຢູ່ບ້ານດອນໄຈ ເຮັດໃຫ້ມີ ຜູ້ເສຍຊິວີດ 1 ຄົນ ຈາກນັ້ນ ໄດ້ແຕ່ງຕັ້ງ ພະນັກງານລົງໄປຈິ່ງຊາບຊື່ຜູ້ເສຍຊີວິດແມ່ນ ທ້າວ ໜານປັນ ອາຍຸ 25 ປີ ປະຊາ ຊົນຢູ່ບ້ານດອນໄຈ ເມືອງລອງ ແຂວງຫຼວງນໍ້າທາ ສ່ວນຜູ້ກໍ່ເຫດແມ່ນ ທ້າວ ໄໜ່ແສງ ອາຍຸ 53 ປີ ຊຶ່ງເປັນພີ່ນ້ອງ ຂອງຜູ້ເສຍຊີວິດ ເມື່ອກໍ່ເຫດແລ້ວກໍເອົາ ຕົວລົບໜີໄປ ຈາກນັ້ນ ໄດ້ປະສານກັບ ປກສ ກຸ່ມບ້ານຜາງົວ ແລະອຳນາດການ ປົກຄອງບ້ານຕິດຕາມກັກຕົວໄດ້ໃນວັນ ທີ 28 ກໍລະກົດ 2016 ມາສອບສວນ ຂະຫຍາຍຜົນ ທ້າວ ໄໜ່ແສງ ສາລະ ພາບວ່າ: ໃນວັນທີ 26 ກໍລະກົດ 2016 ເວລາປະມານ 8 ໂມງ ຜູ້ກ່ຽວໄດ້ໄປ ແຕ່ງກິນຊ່ວຍ
     ທ້າວ ໜານດີ ຢູ່ບ້ານດອນໄຈ ພາຍຫຼັງ ຈາກແຕ່ງກິນແລ້ວກໍໄດ້ກັບມາເຮືອນ ຮອດເວລາປະມານ 10 ໂມງ ທ້າວ ໜານດີ ໄດ້ມາຮ້ອງໃຫ້ໄປກິນເຂົ້າແລ້ວ ຜູ້ກ່ຽວໄດ້ໄປນັ່ງນຳຜູ້ເຖົ້າຜູ້ແກ່ຢູ່ຊັ້ນ ເທິງ ຈາກນັ້ນ ກໍໄດ້ລົງມາຮ່ວມກຸ່ມກັບ ທ້າວ ໜານປັນ (ຜູ້ເສຍຊີວິດ) ກັບຊາວ ໜຸ່ມແມ່ຍິງຢູ່ຊັ້ນລຸ່ມໃນເວລານັ້ນ ທ້າວ ໜານປັນ ໄດ້ປ່ຽນເພງໄປມາຢູ່ຕະຫຼອດ ເຮັດໃຫ້ ນາງ ກ້ອງແກ້ວ (ປ້າຂອງ ທ້າວ ໜານປັນ) ໄດ້ເວົ້າໃຫ້ ທ້າວ ໜານ ປັນວ່າ: ຟັງເພງໃດກໍຟັງບໍ່ຕ້ອງປ່ຽນໄປ ມາຫຼາຍ ແລະຜູ້ກ່ຽວກໍໄດ້ເວົ້າໃຫ້ອີກວ່າ: ບໍ່ຕ້ອງປ່ຽນເພງໄປມາຫຼາຍເພງບໍ່ຖືກ ໃຈຄົນອື່ນກໍມີ ແລ້ວທ້າວ ໜານປັນ ກໍ ຕອບກັບມາວ່າຄົນເຖົ້າມີລູກມີເມຍແລ້ວສິກ່ຽວເຮັດຫຍັງພ້ອມທັງໃຊ້ກໍ້າປັ່ນຕີ ໃສ່ຕູ້, ຜູ້ກ່ຽວເກີດໃຈຮ້າຍຈິ່ງໄດ້ເວົ້າ ອີກວ່າ: ເຈົ້າເປັນລູກເປັນຫຼານຕ້ອງຟັງ ຄວາມພໍ່ໃຫ້ກຽດຜູ້ໃຫຍ່ແດ່ ຈາກນັ້ນ, ທ້າວ ໜານປັນ ກໍໄດ້ລຸກຂຶ້ນພ້ອມທັງຈັບ ແກ້ວເບຍແລ່ນເຂົ້າມາຫາໃນຂະນະນັ້ນ, ກໍໄດ້ມີຫຼາຍໆຄົນຫ້າມ ຜູ້ກ່ຽວຈິ່ງກັບມາ ເຮືອນ.
     ເມື່ອມາຮອດເຮືອນກໍມານັ່ງສູບຢ່າ ຢູ່ລະບຽງ ແລ້ວເຫັນ ທ້າວ ໜານປັນ ຈັບໜາກນາວຍ່າງກາຍໜ້າເຮືອນ ຈາກນັ້ນ ຜູ້ກ່ຽວໄດ້ເອີນໃສ່ ທ້າວ ໜານປັນ ວ່າ: ຈັກນ້ອຍໄປຮອດເຮືອນແລ້ວມາຫາເດີ ເພາະຢາກມາລົມເລື່ອງຜິດກັນ ທ້າວ ໜານປັນ ໄດ້ເວົ້າວ່າ: ຈະໄປຫາເຮັດຫຍັງ ພ້ອມທັງເວົ້າຮ້າຍໃສ່ວ່າຢາກຕາຍກໍ່ໃຫ້ ລົງມາ, ຈາກນັ້ນ ໄດ້ປະມານ 10 ນາທີ ຜູ້ກ່ຽວໄດ້ເຫັນ ທ້າວ ໜານປັນ ຍ່າງມາ ອີກ ແລ້ວຮ້ອງໃສ່ຜູ້ກ່ຽວວ່າຢາກຕາຍບໍ່ ເມື່ອໄດ້ຍິນ ແນວນັ້ນ ຜູ້ກ່ຽວໄດ້ຈັບປືນ ແກັບຍ່າງໄປຫາ ທ້າວ ໜານປັນ ເມື່ອ ຮອດຕີນຂັ້ນໃດຕົນເຫັນ ທ້າວ ໜານປັນ ມີທ່າທີຈະສູ້ກັບຈິ່ງໃຊ້ປືນແກັບຍິງໄປ ຖືກກ້ອງເອີກ ເຮັດໃຫ້ເສຍຊິວີດຄາທ່ີ ຫຼັງຈາກນັ້ນ, ກໍເອົາຕົວລົບໜີເຂົ້າປ່າເປັນ ເວລາສອງມື້ ມາຮອດວັນທີ 28 ກໍລະກົດ 2016 ຖືກເຈົ້າໜ້າທີ່ເຂົ້າກັກຕົວມາດໍາ ເນີນຄະດີ.
ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.