ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເນັ້ນໃຫ້ທຸກຂະແໜງເລັ່ງແກ້ໄຂກົງຈັກການຈັດຕັ້ງທີ່ສັບສົນໝົດໄປຢ່າງຂາດຕົວ

     
ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ການຈັດຕັ້ງພັກ-ລັດທຸກຂັ້ນເອົາໃຈໃສ່ແກ້ໄຂລະບົບກົງຈັກການຈັດຕັ້ງທີ່ຍັງມີຄວາມສັບສົນຫຍຸ້ງເຫຍິງໃຫ້ໝົດໄປຢ່າງຂາດຕົວ, ຫລັງຈາກເຫັນບັນຫາດັ່ງກ່າວສ້າງຄວາມບັ່ນທອນຕໍ່ການສ້າງຄວາມເຂັ້ມແຂງໃນການພັດທະນາເສດຖະກິດ-ສັງຄົມ, ທັງເປັນຊ່ອງຫວ່າງຂອງປາກົດການຫຍໍ້ທໍ້ໃນທົ່ວລະບົບການເມືອງ ແລະ ທຳລາຍຄວາມເຊື່ອໝັ້ນຂອງມະຫາຊົນທີ່ມີຕໍ່ພັກເຮົາ. ດັ່ງນັ້ນ, ມັນຈຶ່ງເປັນບັນຫາຮີບດ່ວນ ທີ່ຕ້ອງໄດ້ແກ້ໄຂຢ່າງຈິງຈັງອີ່ຫລີ ນັບແຕ່ນີ້ເປັນຕົ້ນໄປ, ຊຶ່ງກ່ອນອື່ນ ຕ້ອງດຳເນີນການສັບຊ້ອນກົງຈັກການຈັດຕັ້ງຄືນໃໝ່, ໂດຍຮັບປະກັນ 5 ດ້ານຄື: ໜຶ່ງ ກົງຈັກບໍ່ໃຫຍ່ໂຕ, ຕຳແໜ່ງງານເໝາະສົມ, ພາລະບົດບາດຈະແຈ້ງຄົບຖ້ວນ, ບໍ່ຊ້ຳຊ້ອນກ້າວກ່າຍກັນ, ສອງ ສ້າງ
ລະບົບກົນໄກ ແລະ ມີແບບແຜນວິທີເຮັດວຽກທີ່ດີ, ມີລັກສະນະໂລ່ງລ່ຽນ, ວ່ອງໄວມີປະສິດທິພາບ, ສາມ ສາມາດຂັບເຄື່ອນສອດຄ່ອງຕາມແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ລະບຽບກົດໝາຍ, ສີ່ໂປ່ງ, ກວດສອບໄດ້ ແລະ ຫ້າ ບໍລິການຮັບໃຊ້ປະຊາຊົນຢ່າງສຸດໃຈ, ບໍ່ອາດຍາສິດ. ບົນພື້ນຖານດັ່ງກ່າວນັ້ນ ແມ່ນຕ້ອງໄດ້ມີການຄົນຄວ້າຢ່າງຮອບຄອບ ແລະ ກຳນົດບັນດາມາດຕະການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມ, ໂດຍແກ້ໄຂບາງບັນຫາຕົ້ນຕໍຄື: ໜຶ່ງ ຫລຸດຕຳແໜ່ງງານ ແລະ ຈຳນວນຄົນ ໃນຂົງເຂດບໍລິຫານ ຕິດພັນກັບການສ້າງລະບົບທີ່ເໝາະສົມ ເພື່ອຫັນເປັນທັນສະໄໝໂດຍໄວ, ສອງຫັນພະນັກງານຈາກຂົງເຂດບໍລິຫານ ໄປເພີ່ມເຂົ້າໃນຂົງເຂດຄົ້ນຄວ້າວິໄຈ ຫລື ຫັນໄປສູ່ຂົງເຂດການຜະລິດທຸລະກິດ ແລະ ສາມ ຫັນພະນັກງານສູ່ຮາກຖານຢ່າງຈິງຈັງ ເພື່ອເປັນພະນັກງານນຳພາ ຫລື ກາຍເປັນນັກພັດທະນາກອນຢູ່ຮາກຖານ ແລະ ມີນະໂຍາບາຍຮອງຮັບທີ່ເໝາະສົມ. ພ້ອມກັນນັ້ນ ກໍຄວນດຳເນີນການທົດລອງເພື່ອຫັນເປັນລະບອບການສອບບັນຈຸ ພະນັກງານນຳພາ-ຄຸ້ມຄອງ ໃນຂົງເຂດບໍລິຫານ ແລະ ວິຊາການທີ່ຈຳເປັນ, ເພື່ອກະຕຸ້ນການແຂ່ງຂັນພັດທະນາຕົນເອງ ແລະ ເລືອກໄດ້ພະນັກງານທີ່ມີຄຸນນະພາບແທ້ຈິງ.          ສະຫາຍເລຂາທິການໃຫຍ່ ກ່າວວ່າ: ພວກເຮົາຕ້ອງເຂົ້າໃຈເອກະພາບນຳກັນວ່າການປັບປຸງສັບຊ້ອນກົງຈັກການຈັດຕັ້ງໃຫ້ມີຄວາມກະທັດລັດ, ເຂັ້ມແຂງ ແລະ ມີປະສິດທິພາບນັ້ນ ແມ່ນເພື່ອເພີ່ມຄວາມເຂັ້ມແຂງຂອງລະບົບການເມືອງ, ສ້າງເງື່ອນໄຂ ແລະ ຄວາມເຊື່ອໝັ້ນ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫລືອຈາກພາຍໃນ ແລະ ຕ່າງປະເທດ, ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງໄດ້ເຮັດໂດຍບໍ່ມີທາງເລືອກອື່ນ. ແນ່ນອນວ່າການດຳເນີນວຽກງານດັ່ງກ່າວນີ້ ມັນອາດສົ່ງຜົນກະທົບໂດຍກົງເຖິງແນວຄິດ, ຈິດຕະສາດ ແລະ ຜົນປະໂຫຍດຂອງພະນັກງານ, ສະມາຊິກພັກ ຈຳນວນບໍ່ໜ້ອຍ. ຍ້ອນແນວນັ້ນ, ດ້ານໜຶ່ງຄະນະຈັດຕັ້ງສູນກາງພັກສົມທົບກັບກະຊວງພາຍໃນ ກໍຄື ບັນດາອົງຄະນະພັກ ຢູ່ບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເພື່ອຄົ້ນຄ້ວາເປັນແຜນປະຕິບັດລະອຽດ ແລະ ມີລັກສະນະເປັນລະບົບຄົບຊຸດ, ຮັດກຸມເພື່ອສະເໜີກົມການເມືອງ-ຄະນະເລຂາພິຈາລະນາຕົກລົງ, ດ້ານໜຶ່ງອີກ ໃຫ້ເພີ່ມທະວີກົມການເມືອງ-ແນວຄິດ, ສ້າງຄວາມເຂົ້າໃຈເອ ກະພາບ, ເລິກເຊິ່ງໃນຖັນແຖວພະນັກງານ, ສະມາ ຊິກພັກ, ອັນສຳຄັນ ບັນດາສະຫາຍທີ່ເປັນພະນັກ ງານນຳພາຫລັກແຫລ່ງຢູ່ແຕ່ລະຂັ້ນ ຕ້ອງເປັນແບບ ຢ່າງນຳໜ້າ ເຮັດແທ້ທຳຈິງ, ປະຕິບັດຢ່າງຖືກ ຕ້ອງພາວະວິໄສ, ຫລີກເວັ້ນລັກສະນະຈຸ້ມເຈື້ອ, ພັກພວກ… ໃນນັ້ນ ຜູ້ທີ່ເຮັດວຽກງານຈັດຕັ້ງຕ້ອງມີຄວາມຊື່ສັດ, ເປັນທຳ, ບໍ່ອັກຄະຕິ… ເພື່ອປະຕິບັດວຽກງານດ້ວຍຄວາມຖືກຕ້ອງ, ທ່ຽງທຳ ແລະ ໂປ່ງໃສ.
cr: laophatthananews
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.