ເລ­ຂາ­ທິ­ການ​ໃຫຍ່ ສປຊ ຈະ​ເຂົ້າ​ຮ່ວມ​ການ​ເຈລະ­ຈາ​ສັນ­ຕິ­ພາບ​ຢູ່​ມຽນ​ມາ

AFP ລາຍ​ງານ​ວ່າ ເຈົ້າ​ໜ້າທີ່​ມຽນ​ມາ ແລະ ຕົວ​ແທນ​ຂອງກຸ່ມ​ປະ­ກອບ​ອາ­ວຸດ​ໃນ​ມຽນ​ມາ ແຈ້ງ​ໃຫ້​ຮູ້­ເມື່ອ​ວັນ​ທີ 22 ສິງ­ຫານີ້​ວ່າ ທ່ານ ບັນ​ ກີ​ມູນ ເລ­ຂາ​ທິການ​ໃຫຍ່ ອົງ­ການ​ສະ­ຫະ​ປະ­ຊາຊາດ (ສປຊ) ຈະ​ເຂົ້າ​ຮ່ວມ​ກອງປະ­ຊຸມ​ສັນ­ຕິ­ພາບ​ຄັ້ງປະ­ຫວັດສາດ​ໃນ​ມຽນ​ມາ ທີ່​ຈະ​ຈັດ​ຂຶ້ນພາຍ​ໃນ​ເດືອນ​ສິງ­ຫາ​ນີ້ (ຄາດ​ວ່າຈະ​ມີ​ຂຶ້ນ​ໃນ​ວັນ​ທີ 31 ສິງ­ຫາ) ຊຶ່ງ​ເປັນ­ຄວາມ​ພະ­ຍາ­ຍາມ​ຂອງນາງ ອອງ​ຊານ ຊູ​ຈີ ທີ່​ປຶກ­ສາແຫ່ງ​ລັດ​ມຽນ​ມາ ເພື່ອ​ແນ­ໃສ່​ຢຸດຕິ​ການ​ຕໍ່­ສູ້​ກັນ​ຢູ່​ພາຍ​ໃນ​ປະ­ເທດ ທີ່​ໄດ້­ແກ່ຍາວ​ມາ​ເປັນ​ເວ­ລາ​ຫຼາຍທົດ​ສະ​ວັດ.

ທ່ານ ZawHtay ຮອງ​ຫົວ­ໜ້າຫ້ອງ​ວ່າ­ການ​ປະ­ທາ­ນາ­ທິ­ບໍ­ດີ​ມຽນມາ ຢືນ­ຢັນ​ວ່າ ຝ່າຍ​ມຽນ​ມາ ເປັນ​ຜູ້​ເຊີນ​ເລ­ຂາ­ທິ­ການ​ໃຫຍ່ ສປຊ ເຂົ້າ​ຮ່ວມ​ການ​ປະ­ຊຸມ​ດັ່ງກ່າວ ເນື່ອງ​ຈາ​ກວ່າ​ ທ່ານ ບັນ ​ກີມູນ ກໍ່​ຢາກ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມນີ້​ເຊັ່ນ​ກັນ ໃນຂະ­ນະ​ດຽວ​ກັນ ທ່ານ Saw KweHtoo Win ຈາກ​ສະ­ຫະ­ພາບ​ແຫ່ງ​ຊາດ​ກະຣ່ຽງ ກໍ່​ຢືນ­ຢັນ​ຂໍ້​ມູນ​ດັ່ງ­ກ່າວ​ດ້ວຍ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.