ສ ເກົາ­ຫຼີ-ສ ອາ​ເມ​ຣິ​ກາ ຊ້ອມ​ຮົບ​ຮ່ວມ ຈຳ­ລອງ​ການ​ໂຈມ​ຕີ​ຂອງ ສປປ ເກົາ­ຫຼີ

AFP ລາຍ​ງານ​ເມື່ອ​ວັນ​ທີ 22 ສິງ­ຫາ​ວ່າ ພົນ­ທະ­ຫານ​ຂອງ ສ ເກົາ­ຫຼີ ແລະ ສ ອາ​ເມ​ຣິ​ກາ ຈຳ­ນວນ​ຫຼາຍ​ໝື່ນ​ຄົນ ໄດ້​ເລີ່ມການ​ຊ້ອມຮົບ​ຮ່ວມ​ກັນ ໂດຍ​ໃສ່​ຊື່­ວ່າ Ulchi Freedom ໂດຍ​ມີ​ເນື້ອ​ໃນ​ຈຳ­ລອງການ​ໂຈມ​ຕີ​ຂອງ ສປປ ເກົາ­ຫຼີ.

ການ​ຊ້ອມ​ຮົບ​ປະ­ຈຳ​ປີ​ດັ່ງ­ກ່າວ ແກ່­ຍາວເປັນ​ເວ­ລາ 2 ອາ­ທິດ​ ຕົ້ນ­ຕໍແມ່ນ​ດຳ­ເນີນ​ການ​ຢູ່​ໃນ​ຄອມ​ພິວ​ເຕີ ແຕ່​ວ່າ​ກໍ່​ມີ​ການເຂົ້າ​ຮ່ວມ​ຂອງ​ພົນທະ­ຫານ ສ ເກົາ­ຫຼີ ຈຳນວນ 50.000 ຄົນ ແລະ ພົນ­ທະ­ຫານ​ຂອງ ສ ອາ​ເມ​ຣິ​ກາ ຈຳ­ນວນ 30.000 ຄົນ.
cr:ໜັງສືພິມວຽງຈັນໃໝ່
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.