ຄິວລົດສາຍເໜືອ ຍັງບໍລິການຜູ້ໂດຍສານເຖິງທຸກແຂວງ

ໄລຍະ​ວັນ​ທີ 19-20 ສິງຫາ 2016 ຜ່ານ​ມາ ໄດ້​ເກີດ​ມີ​ສະພາບຝົນຕົກ​ໜັກ ເຮັດ​ໃຫ້​ບາງ​ເສັ້ນທາງ ໂດຍ​ສະເພາະເສັ້ນທາງພາກ​ເໜືອ​ບາງ​ຈຸດ​ ມີ​ການ​ເປ່​ເພຈາກ​ການ​ເຊາະ​ເຈື່ອນ​ຂອງ​ດິນເບື້ອງ​ລຸ່ມ​ທາງ ແລະ ດິນ​ເບື້ອງເທິງ​ທາງ​ເຈື່ອນ​ມາ​ຖົມ ເຮັດ​ໃຫ້​ມີບາງ​ເສັ້ນທາງ​ໄດ້​ປ່ຽນ​ເສັ້ນທາງແລ່ນ ເພື່ອ​ໃຫ້​ຜູ້ໂດຍສານ​ໄດ້​ໄປເຖິງ​ຈຸດໝາຍ​ປາຍທາງ​ຢ່າງ​ປອດໄພ.

ທ່ານ ແກ້ວ​ວິ​ໄຊ ມົວ ປະທານ​ສະມາຄົມ​ລົດ​ຂົນສົ່ງ​ໂດຍສານ​ສາຍ​ເໜືອ ນະຄອນຫຼວງວຽງ​ຈັນ ກ່າວ​ໃນ​ວັນ​ທີ 22 ສິງຫາ 2016 ວ່າ: ຈາກ​ສະພາບ​ທີ່ມີ​ຝົນຕົກ​ໜັກ​ຕິດຕໍ່​ກັນ 2 ວັນ ເຮັດ​ໃຫ້​ເສັ້ນທາງ​ບາງ​ຈຸດ​ຂອງພາກ​ເໜືອ​ມີ​ຄວາມ​ເສຍ​ຫາຍ ເປ່​ເພ ລັດຖະບານ ກໍ່​ຄືພາກສ່ວນ​ກ່ຽວຂ້ອງ​ໄດ້​ເຝົ້າ​ລະວັງ ແລະ ເອົາໃຈໃສ່​ສ້ອມແປງ​ຢ່າງໃກ້ຊິດ ແຕ່​ກໍ່​ມີ​ບາງ​ເສັ້ນທາງ ເຊັ່ນ: ເສັ້ນທາງ​ກາສີ-ເມືອງ​ນານ ບາງ​ເຂດ​ຖື​ວ່າ​ເສຍ​ຫາຍ​ໜັກກວ່າ​ທຸກ​ປີ ປັດຈຸບັນ​ຕ້ອງ​ໄດ້​ປ່ຽນໄປ​ໃຊ້​ເສັ້ນທາງ​ອື່ນ​ແທນ ເພື່ອ​ນຳເອົາ​ຜູ້ໂດຍສານ​ໄປ​ເຖິງ​ຈຸດໝາຍປາຍທາງ​ທີ່​ຕ້ອງການ.

ໃນ​ໄລຍະ​ຜ່ານ​ມາ ສັງຄົມ​ອອນໄລ​ໄດ້​ມີ​ການ​ຕັດ​ຕໍ່​ພາບ ແລະ ເຜີຍແຜ່​ຂໍ້​ມູນມີ​ທັງ​ອັນ​ຖືກ ແລະ ບໍ່​ຖືກ ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ກັບຜູ້​ທີ່​ຈະ​ເດີນທາງ​ໄປ​ຍັງ​ແຂວງຕ່າງໆ​ພາກ​ເໜືອ ຕໍ່​ກໍລະນີ​ດັ່ງກ່າວ ສະຖານີ​ຂົນສົ່ງ​ຜູ້ໂດຍສານສາຍ​ເໜືອ ​ຂໍ​ຢືນຢັນ​ວ່າ​ສຳລັບ​ຜູ້​ທີ່ຈະ​ເດີນທາງ​ໄປ​ແຂວງ​ພາກ​ເໜືອ ພວກ​ເຮົາ​ມີ​ເສັ້ນທາງ​ຫຼາຍ​ສາຍ ສາມາດ​ເຊື່ອມ​ຕໍ່​ກັນ​ໄດ້​ຫຼາຍ​ເສັ້ນທາງ ແລະ ຝາກ​ມາ​ຍັງ​ຜູ້​ໂດຍສານ​ທີ່​ຈະ​ເດີນທາງ​ໄປ​ພາກ​ເໜືອ ປ່ຽນ​ມາ​ໃຊ້​ພາກ​ເຊົ້າ​ແທນ​ພາກແລງ​ຈົນ​ກວ່າ​ລະດູຝົນ​ຈະ​ໝົດ.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.