ເຮືອ­ບິນ​ສູ້​ຮົບ​ຂອງ​ຝຣັ່ງ ຖິ້ມ​ລະ­ເບີດ​ໃສ່​ຖານ​ທີ່​ໝັ້ນ​ຂອງ IS ຢູ່​ໃນ​ຊີ​ຣີ

ແຫຼ່ງ​ຂ່າວ​ຈາກ Sputniknews.com ໃຫ້​ຮູ້​ວ່າ: ກະຊວງ​ປ້ອງ​ກັນ​ປະ­ເທດ​ຝຣັ່ງ ແຈ້ງໃຫ້​ຮູ້­ເມື່ອ​ວັນ​ທີ 21 ສິງ­ຫາ ​ວ່າ ໃນ​ວັນດຽວ​ກັນ ເຮືອ­ບິນ​ສູ້​ຮົບຂອງ​ຝຣັ່ງ ໄດ້​ປະ­ຕິ­ບັດ​ການ​ຖິ້ມລະ­ເບີດ​ໃສ່​ຖານ​ທີ່​ໝັ້ນ​ແຫ່ງ​ໜຶ່ງຂອງ​ອົງ­ການລັດ​ອິ​ສລາມ  (IS) ຢູ່​ໃນ​ເມືອງ​ຣັກ​ກາ (ພາກ​ເໜືອຊີ​ຣີ).

ກະ­ຊວງ​ປ້ອງ​ກັນ​ປະ­ເທດ​ຝຣັ່ງ ໃຫ້​ຮູ້​ວ່າ ເຮືອ­ບິນ​ສູ້​ຮົບ Rafale ແລະ Mirage 2000 ຈຳ­ນວນ 4 ລຳ ພ້ອມ​ດ້ວຍ​ເຮືອ­ບິນ Atlantique 2 ອີກ​ລຳ​ໜຶ່ງ ໄດ້​ຍິງລູກ​ສອນ​ໄຟ​ເຄື່ອນ​ທີ່ SCALP ຈຳນວນ 12 ຫົວ ລົງ​ໃສ່​ຖານ​ທີ່​ໝັ້ນດັ່ງ­ກ່າວ​ຂອງ IS.

ຂ່າວ​ໃຫ້​ຮູ້​ອີ​ກວ່າ ປັດ­ຈຸ­ບັນ​ນີ້ ເຮືອ­ບິນ​ສູ້​ຮົບ​ຂອງ​ຝຣັ່ງ ກໍ່​ໃຫ້ການ​ໜູນ​ຊ່ວຍ​ທາງ​ອາ­ກາດໃຫ້ແກ່​ພົນ­ທະ­ຫານ​ຂອງ​ອີ​ຣັກ ແລະ ກອງ​ກຳ­ລັງ​ຊາວ​ເຄີດ ຢູ່​ໃກ້​ກັບເມືອງ​ໂມ​ຊູ​ລ ຂອງ​ອີ​ຣັກ​ ອີກ​ດ້ວຍ.
cr:ໜັງສືພິມວຽງຈັນໃໝ່
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.