“Olympic ສຳ­ເລັດ​ຜົນ ແຕ່​ບຣາ​ຊິນ​ເສຍ​ຫຼາຍ​ກວ່າ​ໄດ້”

ສະ​ຖາ​ບັນ​ສະ­ຖິ­ຕິ​ຂອງ​ບຣາ​ຊິນ (Ibope) ໄດ້​ເປີດ­ເຜີຍ​ຜົນ​ຂອງການ​ສຳ​ຫຼວດ​ອອກ​ມາ​ ເມື່ອ​ວັນ​ທີ 21 ສິງ­ຫາ​ນີ້ ໂດຍ​ສະ­ແດງ​ໃຫ້ເຫັນ​ວ່າ ປະ­ຊາ­ຊົນ​ບຣາ​ຊິນສ່ວນຫຼາຍ​ເວົ້າ​ວ່າ ງານ​ມະ​ຫະ​ກຳ​ກິ­ລາໂລກ  Olympic Rio de Janeiro 2016 ໄດ້ດຳ­ເນີນ​ໄປດ້ວຍ​ຜົນ­ສຳ­ເລັດ.

62% ຂອງ​ຈຳ­ນວນ​ຜູ້​ຕອບ​ຄຳສຳ­ພາດ​ເວົ້າ​ວ່າ ເຖິງ​ວ່າ​ງານ​ມະຫະ​ກຳ​ກິ­ລາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກດັ່ງ­ກ່າວ ໄດ້​ດຳ­ເນີນ​ໄປດ້ວຍ​ຜົນສຳ­ເລັດ​ກໍ່​ຕາມ ແຕ່​ວ່າ​ບຣາ​ຊິນ ເສຍ​ຫຼາຍ​ກວ່າ​ໄດ້ ຈາກ Olympic Rio 2016.

ໃນ​ຂະ­ນະ​ດຽວ​ກັນ ຜູ້​ທີ່​ຖືກ​ຊັກຖາມ 57% ຢືນ­ຢັນ​ວ່າ Olympic ໄດ້​ນຳ​ເອົາ​ຮູບ​ພາບ​ທີ່​ດີ­ງາມ​ກ່ຽວກັບ​ບຣາ​ຊິນ ອອກ​ໄປສູ່​ໂລກ.

ກ່ຽວ​ກັບ​ມໍ­ລະ­ດົກ ​ຊຶ່ງ Olympic ປະ​ໄວ້​ນັ້ນ 42% ໃຫ້­ການ​ຕີ​ລາຄາ​ວ່າ “ດີ” 30% ຕີ​ລາ­ຄາ​ວ່າ “ທຳ​ມະ​ດາ” ແລະ 24% ຕີ​ລາຄາ​ວ່າ “ຂີ້­ຮ້າຍ”.

ການ​ສຳ​ຫຼວດ​ຂອງ Ibope ມີຕົວ​ເລກ​ຜິດ​ດ່ຽງ​ທີ່ 2% ໂດຍ​ໄດ້ຮັບ​ການ​ສຳ​ຫຼວດ​ຢູ່​ໃນ 142 ເມືອງ​ໃນ​ທົ່ວ​ປະ­ເທດ ນັບ​ແຕ່ວັນ​ທີ 11-15 ສິງ­ຫາ​ທີ່​ຜ່ານ​ມາ.

ລັດ­ຖະ­ບານບຣາ​ຊິນ ໄດ້​ລົງທຶນ 12 ຕື້ໂດ​ລາ​ສະ­ຫະ­ລັດ ໃຫ້ແກ່​ການ​ຈັດ​ງານ Olympic 2016 ຊຶ່ງ​ເປັນ​ການ​ຈັດ​ງານ​ມະຫະ​ກຳ​ກິ­ລາ​ໃຫຍ່​ສຸດ​ຂອງ​ໂລກເປັນ​ເທື່ອ​ທຳ​ອິດຢູ່​ໃນ​ເຂດ​ອາ​ເມ​ຣິກາ​ໃຕ້.
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.