ລາວສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ 13 ສິງຫາ ດ້ວຍບັນຍາກາດຟົດຟື້ນ

   
 

ເຊົ້າວັນທີ 12 ສິງຫານີ້ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດງານໂຮມຊຸມນຸມສະເຫລີມສະຫລອງວັນສື່ມວນຊົນ ແລະ ພິມຈຳໜ່າຍ 13 ສິງຫາ ຄົບຮອບ 66 ປີ (13/8/1950-13/8/2016ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ ໃນນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກເລຂາພັກລັດຖະມົນຕີກະຊວງດັ່ງກ່າວ ພ້ອມດ້ວຍສື່ມວນຊົນ ແລະ ພະນັກງານສຳນັກພິມຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

              ໃນງານໂຮມຊຸມນຸມອັນຟົດຟື້ນ ແລະ ມີຄວາມໝາຍດັ່ງກ່າວພາຍຫລັງທ່ານ ສະຫວັນຄອນ ຣາຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ທີ່ຍົກໃຫ້ເຫັນຂະບວນວິວັດແຫ່ງການພັດທະນາວຽກງານ
ຖະແຫລງຂ່າວ-ສື່ມວນຊົນລາວ ແລະ ການພິມຈຳໜ່າຍຕະຫລອດໄລຍະ 66 ປີຜ່ານມາ ອັນໄດ້ເຮັດໃຫ້ຂະແໜງການດັ່ງກ່າວນັບມື້ເຕີບໃຫຍ່ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ອັນໄດ້ກາຍເປັນອາວຸດແຫລມຄົມຂອງພັກ-ລັດຖະບານເຮົາສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເປັນຢ່າງດີຈາກນັ້ນ ບັນດາຜູ້ແທນກໍໄດ້ປະກອບຄຳຄິດຄຳເຫັນຫລາຍບັນຫາ ເພື່ອແນໃສ່ເພີ່ມທະວີປັບປຸງວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍດີຂຶ້ນກວ່າເກົ່າ ແລະ ໃນໂອກາດອັນສະຫງ່າລາສີນີ້ທ່ານລັດຖະມົນຕີກະຊວງ ຖວທ ກໍໄດ້ໃຫ້ກຽດໂອ້ລົມ ເພື່ອແນະນຳຫລາຍບັນຫາສຳຄັນທີ່ກຳລັງສື່ມວນຊົນ ແລະ ການພິມຈຳໜ່າຍຈະຕ້ອງໄດ້ເອົາໃຈໃສ່ ເພື່ອພັດທະນາວຽກງານຂອງຕົນໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນໄລຍະໃໝ່ທ່ານລັດຖະມົນຕີກ່າວວ່າໃນໄລຍະຜ່ານມາ ເບິ່ງລວມແລ້ວກຳລັງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດເຮົາກໍໄດ້ຮັບການພັດທະນາດີຂຶ້ນ ເຊິ່ງມາຮອດປັດຈຸບັນນີ້ສື່ມວນຊົນລາວມີຫລາຍຜະລິດຕະພັນ ແລະ ເພີ່ມຂຶ້ນໃນທຸກປີຄຸນນະພາບດີຂຶ້ນ ຊ່ວຍໃຫ້ຜູ້ຊົມໃຊ້ມີຫລາຍທາງເລືອກ ແລະ ນັບມື້ຫັນໄປສູ່ມືອາຊີບທາງດ້ານວິຊາສະເພາະ ເຊິ່ງສະແດງອອກໃຫ້ເຫັນຄືສື່ສິ່ງພິມປັດຈຸບັນ ລວມມີ 127 ສະບັບ ເພີ່ມຂຶ້ນ 30 ກວ່າສະບັບ ທຽບໃສ່ ປີກ່ອນວິທະຍຸກະຈາຍສຽງມີ63 ສະ ຖານີ ເພີ່ມຂຶ້ນ 20 ສະຖານີໂທລະພາບມີ 37 ສະຖານີ ເພີ່ມຂຶ້ນ ສະຖານີ ທຽບໃສ່ປີ 2011ສາ ມາດແຜ່ພາບ ແລະ ສຽງພາກພື້ນດິນກວມ 80ຂອງພື້ນທີ່ທົ່ວປະເທດກະຈາຍຜ່ານດາວທຽມ ແລະ ອິນເຕີເນັດກວມ100ຂອງພື້ນທີ່ທົ່ວປະເທດ ແລະ ຫລາຍປະເທດອື່ນໆໃນໂລກສາມາດກະຈາຍອອກເປັນຫລາຍພາສາ ແລະ ສິ່ງພົ້ນເດັ່ນແມ່ນສື່ມໃໝ່ (New Media) ໄດ້ມີບົດບາດສຳຄັນຫລາຍໃນການເຜີຍແຜ່ຂໍ້ມູນຂ່າວສານດັ່ງນັ້ນ ເກືອບທຸກໆສື່ຂອງເຮົາໄດ້ມີເວັບໄຊ (Website) ເປັນຂອງຕົນເອງ ເພື່ອເຮັດໜ້າທີ່ຕອບສະໜອງຂໍ້ມູນຂ່າວສານລະຫວ່າງພາຍໃນ ແລະ ຕ່າງປະເທດໄດ້ທັນການ ແລະ ກວ້າງຂວາງກວ່າເກົ່າທ່ານລັດຖະມົນຕີເນັ້ນວ່າໄປຄຽງຄູ່ກັບຜົນສຳເລັດດັ່ງ ກ່າວນັ້ນແລ້ວວຽກງານສື່ ແລະ ການພິມຈຳໜ່າຍພວກເຮົາກໍຈະຕ້ອງໄດ້ເອົາໃຈໃສ່ປັບປຸງຕົນເອງຫລາຍຢ່າງ ຄືຮູບການ ແລະ ເນື້ອໃນຂອງສື່ມວນຊົນບໍ່ທັນເລິກເຊິ່ງປານໃດຍັງບໍ່ຕອບສະໜອງໄດ້ໝົດຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ບໍ່ທັນດຶງດູດຄວາມສົນໃຈຜູ້ອ່ານຜູ້ຊົມ ແລະ ຜູ້ຟັງໄດ້ຫລາຍການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສາລະຄວາມຮູ້ທີ່ເປັນປະໂຫຍດ ແລະ ການບັນເທີງທີ່ມີເນື້ອໃນຕິດພັນກັບການຍົກສູງນ້ຳໃຈຮັກຊາດ ຮັກສາລະບອບໃໝ່ຍັງບໍ່ທັນອຸດົມ ສົມບູນເນື້ອໃນສ່ອງແສງສະພາບຄວາມເປັນຈິງຂອງຊີວິດສັງຄົມຢູ່ຮາກຖານຍັງບໍ່ທັນຫລາຍບໍ່ທັນຮູ້ເລືອກເຟັ້ນສັງລວມເອົາຄຳຕຳນິຕິຊົມ ແລະ ຄຳຄິດຄຳເຫັນຂອງມະຫາຊົນມາລົງໃນສື່ຄວາມເປັນເຈົ້າການ ແລະ ຄວາມສະດຸ້ງໄວໃນການຕອບຕ້ານຖ້ອຍທຳນອງໂຄສະນາບິດເບືອນໃສ່ຮ້າຍປ້າຍສີຂອງພວກອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີຍັງບໍ່ທັນການການສະເໜີຂ່າວບາງຄັ້ງຄາວຍັງຂາດສະຕິລະວັງຕົວຕໍ່ກົນອຸບາຍຂອງຄົນທີ່ບໍ່ຫວັງດີພື້ນຖານວັດຖຸ-ເຕັກນິກຂອງວຽກງານສື່ມວນຊົນບໍ່ທັນເປັນລະບົບຄົບຊຸດ ແລະ ທັນສະໄໝເຊັ່ນເຄື່ອງແຍກສີ ແລະ ຈັກພິມຂອງໂຮງພິມ ແລະ ອຸປະ ກອນຂອງສື່ເອເລັກໂຕຣນິກຈຳນວນໜຶ່ງຍັງນຳໃຊ້ລະບົບອານາລັອກເຮັດໃຫ້ບໍ່ສາມາດເຊື່ອມຕໍ່ກັບອຸປະກອນເຕັກນິກດີຈີຕອນໄດ້ພາຫະນະຮັບໃຊ້ໃນການເຄື່ອນໄຫວບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງວຽກງານການຊອກຫາຊ່ອງທາງສ້າງລາຍຮັບຂອງສື່ມວນຊົນຍັງບໍ່ທັນມີກົນໄກຕິນິກຳຮອງຮັບຢ່າງຈະແຈ້ງ ແລະ ຄ່ອງຕົວ ເຊິ່ງທັງໝົດນີ້ແມ່ນໜ້າວຽກທີ່ພວກເຮົາຈະໄດ້ສຸມໃສ່ແກ້ໄຂໃຫ້ສຳເລັດ ເພື່ອຍົກສູງຖານະບົດບາດຂອງສື່ມວນຊົນ ແລະ ການພິມຈຳໜ່າຍຂອງປະເທດເຮົາສູງເດັ່ນຂຶ້ນ ນັບທັງຢູ່ພາຍໃນ ແລະ ເວທີພາກພື້ນ ແລະ ສາກົນ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.