3 ຈຸດ​ໂທດ! ອາກ​ຊັງ​ຕິນ ສະ­ເໝີ ຮົງ​ດູ​ຣັສ 1-1 ຕົກ​ຮອບ​ໂອ​ລິມ​ປິກ

ທີມ​ຊາດ​ອາກ​ຊັງ​ຕິນ ອະ­ດີດ​ເຈົ້າ​ຂອງ​ຫຼຽນ​ຄຳ​ໂອ​ລິມ​ປິກ 2 ສະ­ໄໝ ດີ​ບໍ່​ພໍ ຫຼັງ​ສະເໝີ​ກັບ ຮົງ​ດູ​ຣັສ 1-1 ໃນ​ນັດ​ສຸດ​ທ້າຍຂອງກຸ່ມ D ຕ້ອງ​ຕົກ​ຮອບ ເກັບ​ເຄື່ອງ​ກັບ​ບ້ານ​ໄປຮຽບ​ຮ້ອຍ.

ການ​ແຂ່ງ­ຂັນ​ເຕະ­ບານ​ຊາຍ ໃນ​ກີ­ລາ​ໂອ​ລິມ​ປິກ 2016 ສຳ­ລັບ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 23 ປີ ທີ່​ສະ­ໜາມ​ກີ­ລາ​ແຫ່ງ​ຊາດ ​ໃນ​ເມືອງ​ບຣາ​ຊິ​ເລຍ ເມືອງ​ຫຼວງ​ຂອງ​ບຣາ​ຊິນ ເປັນ​ການພົບ​ກັນ​ໃນ​ນັດ​ສຸດ​ທ້າຍ​ຂອງ​ກຸ່ມ D ລະ­ຫວ່າງ ອາກ​ຊັງ​ຕິນ ກັບ ຮົງດູ​ຣັສ ໂດຍ​ທີມ​ອາກຊັງ​ຕິນ ​ຈະ​ຕ້ອງ​ຊະ​ນະ​ສ​ຖານ​ດຽວ​ຫາກ​ຫວັງ​ເຂົ້າ​ຮອບ.

ເກມ​ເລີ່ມ​ຂຶ້ນ ຮົງ​ດູ​ຣັສ ໄດ້​ຈຸດ​ໂທດ​ໃນ​ໄລ­ຍະ​ທົດ​ເຈັບ​ ນາ­ທີ​ທີ່ 45+6 ຈາກ​ຈັງ­ຫວະທີ່ ອັນ​ແບ​ໂຕ້ ເອ​ລິ​ສ ຖືກ ເກ​ໂຣ​ນິ​ໂມ ຣູ​ຢີ ອອກ​ມາ​ເຕະ​ຂາ​ຈົນ​ລົ້ມ​ລົງ​ໄປ ແຕ່ ໄບຣ​ອັນ ອະ​ຄອສ​ຕາ ຍິງ​ໄປ​ຕິດ​ການ​ປ້ອງ​ກັນ​ຂອງ ຣູ​ຢີ ຈົບ​ເຄິ່ງ​ທຳ​ອິດ​ຍັງ​ສະ­ເໝີກັນ​ແບບ​ບໍ່​ມີ​ປະ­ຕູ​ທີ່ 0-0.

ຕໍ່​ມາ​ໃນ​ເຄິ່ງ​ຫຼັງ ນາ­ທີ​ທີ່ 55 ອາກ​ຊັງຕິນ ​ໄດ້​ຈຸດ​ໂທດ​ຄື​ກັນ ຈາກ​ຈັງ­ຫວະ​ທີ່ ໂຈນາ​ທານ ຄັນ​ເລ​ຣີ ຖືກ ມາ​ເຊ​ໂລ ເປ​ເຣ​ຣາ ດຶງ​ຕົວ​ຈົນ​ລົ້ມ​ລົງ​ໄປ ແຕ່ ອັງ​ເຄວ ຄໍ​ເຣ​ອາ ກໍ​ຍິງ​ຈຸດ​ໂທດ​ພາດ​ໄປ​ເຊັ່ນ​ກັນ ຍິງ​ຫຼຸດ​ຂອບປະ­ຕູ​ອອກ​ຫຼັງ​ໄປ​ຢ່າງ​ໜ້າ​ເສຍ­ດາຍ.

ແຕ່​ແລ້ວ ນາ­ທີ​ທີ່ 75 ຮົງ​ດູ​ຣັສ​ທີ່ ໄດ້ຈຸດ​ໂທດ​ອີກ​ຄັ້ງ ຈາກ​ຈັງ­ຫວະ​ທີ່ ອັນ​ແບ​ໂຕ ເອ​ລິ​ສ ຄົນ​ເກົ່າ ຖືກ ເລົາ​ຕາ​ໂຣ ຈິ​ອາ​ເນັດຕິ ສະ​ໄລ​ກ່ຽວ​ຂາ​ຈົນ​ລົ້ມ​ລົງ​ໄປ ໂດຍ​ຄັ້ງ​ນີ້​ເປັນ ແອນ​ໂທ​ນີ​ ໂລ​ຊາ​ໂນ ຮັບ​ໜ້າ­ທີ່​ສັງ­ຫານເຂົ້າ​ໄປ​ບໍ່​ພາດ ຮົງ​ດູ​ຣັສ​ ນຳ​ກ່ອນ 1-0.

ໄລ­ຍະ​ທົດ​ແທນ​ເວ­ລາ​ບາດ­ເຈັບ​ນາ­ທີ ທີ່ 90+3 ອາກ​ຊັງ​ຕິນ​ ຕີ​ສະ­ເໝີ​ໄດ້​ສຳ­ເລັດ ຈາກ​ຈັງ­ຫວະ ມາ​ເຣຍ​ໂນ ມາ​ຕິ​ເນ​ຊ ຍິງລູກ​ໂທດ​ນອກ​ເຂດ​ໄປ​ຕຳ​ກອງ​ຫຼັງ​ຮົງ​ດູ​ຣັສ ​ເຂົ້າ​ໄປ ຈົບ​ເກມ​ດ້ວຍ​ຜົນ 1-1 ແຕ່​ປະ­ຕູ​ຕີ​ສະເໝີກໍ​ບໍ່​ພຽງ­ພໍ ຫຼັງ​ກຸ່ມ D ມີ​ ປອກຕຸຍ​ການ ທີ່​ໄດ້ 7 ແຕ້ມ ກັບ​ຮົງ​ດູ​ຣັສ ​ທີ່​ມີ 4 ແຕ້ມ ທັງ 2 ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ​ໄປ.

ຜົນ​ຄູ່​ອື່ນ ອານ​ເຊຣີ 1-1 ປອກ​ຕຸຍ​ການ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.