ລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໜັກອາດຈະເຮັດໃຫ້ລະດັບນ້ຳຂອງ ແລະ ສາຂາຕ່າງໆສູງຂຶ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຮ່ອງຝົນໄດ້ພັດຜ່ານເຂດພາກເໜືອຂອງລາວ ແລະ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນໃນລະດັບຄ່ອຍຫາປານກາງຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບແມ່ນ້ຳຂອງສາຂາຂຶ້ນສູງ ແລະ ໄດ້ເຮັດໃຫ້ມີນ້ຳຖ້ວມຢູ່ເຂດພາກເໜືອເຊັ່ນ: ແຂວງອຸດົມໄຊ ແລະ ໄຊຍະບູລີ. ສະເພາະລະດັບນ້ຳເຂດຂົວເຊບັ້ງໄຟ ໄດ້ຂຶ້ນໃກ້ເຂດລະວັງໄພແລ້ວ. ຝົນຍັງຈະສືບຕໍ່ຕົກຫລາຍໃນໄລຍະ 3-4 ວັນຕໍ່ໜ້າໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງຊຶ່ງຈະເຮັດໃຫ້ລະດັບຂອງສາຂາຕ່າງໆສືບຕໍ່ຂຶ້ນສູງ ແລະ ອາດສູງກວ່າເຂດລະວັງໄພ ຫລື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະ ຊາຊົນທີ່ອາໃສຢູ່ແຂວງ
ຜົ້ງສາລີຫົວພັນຊຽງຂວາງຫລວງນ້ຳທາອຸດົມໄຊບໍ່ແກ້ວຫລວງພະບາງໄຊຍະບູລີນະຄອນ ຫລວງວຽງຈັນ,ໄຊສົມບູນ ແລະ ແຂວງວຽງຈັນ ໃຫ້ລະວັງສະພາບຝົນຕົກໜັກນ້ຳຖ້ວມໄຫລຊຸແຮງນ້ຳຖ້ວມຍຶ່ງ ແລະ ດິນເຈື່ອນ,ໂດຍສະເພາະປະຊາຊົນທີ່ອາໃສຢູ່ຕາມຂອບເຂດແຄມແມ່ນ້ຳຂອງໃຫ້ລະມັດລະວັງເປັນພິເສດເປັນຕົ້ນ ແຂວງບໍລິຄຳໄຊຄຳມ່ວນ ເຂດເຊບັ້ງໄຟ ແລະ ສະຫວັນນະເຂດ ອາດຈະເກີດຝົນຕົກຟ້າຄະນອງ ແລະ ລົມພັດແຮງ ແລະ ນ້ຳຖ້ວມ ພ້ອມທັງໃຫ້ຮີບຮ້ອນເກັບມ້ຽນສິ່ງຂອງວັດຖຸມີຄ່າອື່ນໆ ແລະ ສັດລ້ຽງໄວ້ໃນທີ່ປອດໄພ ເພື່ອບໍ່ໃຫ້ເກີດອັນຕະ ລາຍ ແລະ ຜົນເສຍຫາຍຕາມມາພາຍຫລັງ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.