ສົກຮຽນໃໝ່ ຊັບພະວິຊາຈະຮັບນັກສຶກສາພັນກວ່າຄົນ

 ວິທະຍາໄລ​ເຕັກນິກ​ຊັບ​ພະວິຊາ ​ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​ທີ່​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ ແລະ ຄຸ້ມ​ຄອງ​ຂອງ​ກົມອາຊີວະ​ສຶກ​ສາ ກະຊວງ​ສຶກ​ສາ​ທິການ ແລະ ກີລາ ເປັນ​ສະ​ຖາ​ບັນການ​ສຶກ​ສາ​ຂອງ​ລັດ ໂດຍ​ຖື​ເອົາການ​ພັດທະນາ​ຊັບພະຍາກອນມະນຸດ ​ໃຫ້​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ຕະຫຼາດແຮງ​ງານ ແລະ ສັງຄົມ​ໃນ​ຫຼາຍຂະແໜງການ ຫຼາຍ​ສາຂາ​ວິຊາ ນັບ​ທັງ​ຊັ້ນ​ກາງ ຊັ້ນ​ສູງ ແລະ ຊັ້ນສູງ​ຕໍ່​ເນື່ອງ ​ໃນ​ແຕ່​ລະ​ສົກ​ສຶກ​ສາ ແລະ ມີ​ນັກ​ສຶກ​ສາ​ທີ່​ຈົບ​ຈາກ​ວິທະ​ຍາ​ໄລ​ດັ່ງກ່າວ​ຈຳນວນ​ບໍ່ໜ້ອຍ ແລະ ສາມາດ​ປະກອບ​ອາຊີບ​ທາງ​ພາກ​ລັດ ແລະ ເອກະຊົນ.

ທ່ານ ບຸນ​ຖະໜອມ ສຸລິຍະ​ວົງ ຮອງ​ຜູ້ອຳນວຍການ​ວິທະຍາໄລຊັບ​ພະ​ວິຊາ ​ໃຫ້​ສຳພາດ​ວ່າ: ເພື່ອເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະກອບສ່ວນ​ ພັດທະນາຊັບພະຍາກອນ​ມະນຸດ ​ໃຫ້​ມີ​ຄວາມ​ຮູ້ຄວາມ​ສາມາດ ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ່​ຄືການ​ສ້າງ​ວຽກເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ-ໄວໜຸ່ມ ແລະ ເພື່ອ​ກະກຽມ​ຕ້ອນຮັບ​ສົກຮຽນ 2016-2017 ວິ​ທະຍາ​ໄລ​ຂອງ​ພວກ​ເຮົາ ໄດ້​ເອົາໃຈໃສ່​ໃນ​ການ​ພັດທະນາ​ຄູ-ອາຈານ ຫ້ອງ​ຮຽນ ຫໍ​ພັກ​ຈຳນວນ​ໜຶ່ງ ເພື່ອ​ບັນຈຸ​ນັກ​ສຶກ​ສາ​ໃໝ່ ສຳລັບສົກຮຽນ 2016-2017 ຈະ​ຮັບ​ນັກສຶກ​ສາ​ໃໝ່ ປະມານ 1.000 ຄົນ
ໃນ​ສາຂາ​ວິຊາ​ຕ່າງໆ ເຊັ່ນ: ຫຼັກສູດ​ສຳ​ຫຼວດ​ວັດແທກ​ທີ່​ດິນ ສຳຫຼວດ​ວັດແທກ​ກໍ່ສ້າງ ປະ​ເມີນ​ຄ່າຊັບ​ສິນ​ທີ່​ດິນ IT ພູມ​ສັນຖານ IT ອຸດສາຫະກຳ ສຳ​ຫຼວດ​ຂຸດ​ຄົ້ນ​ປຸງແຕ່ງແຮ່ ສິ່ງແວດລ້ອມ​ໄຟຟ້າ ໃນ​ນີ້ປະກອບ​ມີ ໄຟຟ້າ​ອາຄານ ໄຟຟ້າ​ຕາ​ຂ່າຍ ແລະ ໄຟຟ້າເຂື່ອນ ສ່ວນ​ການ​ຮຽນ-ການສອນ ນັ້ນ​ແມ່ນ​ຈະ​ເນັ້ນ​ການ​ປະຕິ​ບັດ​ຕົວ​ຈິງ​ຫຼາຍ​ກວ່າ​ທິດ​ສະ​ດີ.
ນອກຈາກ​ນີ້ ຍັງ​ຮັບ​ນັກຮຽນທີ່​ຮຽນ​ຈົບ ມ4 ເຂົ້າ​ມາ​ສຶກ​ສາ​ໃນລະບົບ 9+3 ຊັ້ນ​ກາງ ໂດຍ​ບໍ່​ໄດ້ເສັງ​ຄັດ​ເລືອກ​ແຕ່​ຈະ​ສຳພາດ​ເອົາ ແລະ ບໍ່​ໄດ້​ເສຍ​ຄ່າ​ຮຽນ​ໃດໆທັງໝົດ
ພ້ອມ​ທັງ​ມີ​ເງິນ​ເບ້ຍລ້ຽງ​ໃຫ້ໃນ​ແຕ່​ລະ​ເດືອນ ເມື່ອ​ຮຽນ​ຈົບຊັ້ນ​ກາງ​ແລ້ວ​ກໍ່​ສາມາດ​ເຊື່ອມ​ຕໍ່ໃນ​ລະບົບ​ຊັ້ນ​ສູງ​ໄດ້ ສຳລັບ​ທີ່ຮຽນ​ຈົບ ມ7 ແມ່ນ​ຈະ​ຮຽນ​ໃນ​ລະບົບ 12+2 ຊັ້ນ​ກາງ 12+3 ຊັ້ນສູງ ເຊິ່ງ​ຈະ​ເລີ່ມ​ຂາຍ​ຄຳ​ຮ້ອງນັບ​ແຕ່​ວັນ​ທີ 15/8-15/9/2016 ແລະ ຈະ​ເສັງ​ໃນ​ວັນ​ທີ 19/9/2016 ທີ່​ວິທະຍາໄລ​ດັ່ງກ່າວ ດັ່ງນັ້ນ ແຈ້ງ​ມາ​ຍັງ​ນັກຮຽນ​ທີ່​ຮຽນຈົບ ມ4 ແລະ ມ7 ສາມາດ​ພົວພັນ​ໄດ້​ທີ່​ວິທະຍາໄລ​ເຕັກນິກ​ຊັບພະ​ວິຊາ.

Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.