ລາວປັບຫລຸດລາຄານໍ້າເຊື້ອໄຟຫລາຍສີບກີບຕໍ່ລິດ

 ກະຊວງອຸດສະກໍາ ແລະ ການຄ້າໄດ້ປັບລາຄານໍ້າມັນເຊື້ອໄຟທຸກປະເພດ ຫລຸດລົງຫລາຍສີບກີບຕໍ່ລິດຄື: ນໍ້າມັນແອັດຊັງທໍາມະ ດາຫລຸດລົງ 150 ກີບແອັດຊັງພິເສດ 90 ກີບ ແລະ ກາຊວນ 170 ກີບຕໍ່ລິດຊຶ່ງຈະເຮັດໃຫ້ນໍ້າມັນເຊື້ອໄຟຢູ່ບັນດາປໍ້າໃນນະຄອນຫລວງວຽງຈັນມີລາຄາຢູ່ທີ່ 7.350 ກີບສໍາລັບແອັດຊັງທໍາມະດາແອັດຊັງພິເສດ 8.350 ກີບ ແລະ ກາຊວນ 6.200 ກີບຕໍ່ລິດ. ສ່ວນຢູ່ແຂວງຊຽງຂວາງລາຄານໍ້າມັນແອັດຊັງທໍາມະດາ 7.540 ກີບກາຊວນ 6.390 ກີບແຂວງສະຫວັນນະເຂດ ແອັດຊັງທໍາມະດາ 7.380 ກີບແອັດຊັງພິເສດ 8.380 ກີບ ແລະ ກາຊວນ 6.230 ກີບ ແລະ ແຂວງຈໍາປາສັກ ແອັດຊັງທໍາມະດາ 7.410 ກີບແອັດຊັງພິເສດ 8.410 ກີບ ແລະ ກາຊວນ 6.260 ກີບຕໍ່ລິດຊຶ່ງມີຜົນຈັດຕັ້ງປະຕິບັດນັບແຕ່ວັນທີ 15 ສິງຫານີ້ເປັນຕົ້ນໄປ.


   ການປັບລາຄາດັ່ງກ່າວແມ່ນອິງໃສ່ການປ່ຽນແປງຂອງລາຄານໍ້າມັນໃນຕະຫລາດໂລກທີ່ມີການເໜັງຕິງຫລຸດລົງເຫລັກໜ້ອຍ ແລະ ເປັນການປັບລາຄານໍ້າມັນເທື່ອທໍາທິດພາຍຫລັງທີ່ລັດຖະ ບານໄດ້ມີຄໍາສັ່ງຢຸດຕິການຍົກເວັ້ນພາສີ-ອາກອນ ນໍາເຂົ້ານໍ້າມັນເຊື້ອໄຟທຸກປະເພດເມື່ອຕົ້ນເດືອນສິງຫານີ້.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.