ຕັກແຕນໄມ້ປ່ອງ ເລີ່ມລະບາດຢູ່ເມືອງຄຳ ແຂວງຊຽງຂວາງ


ປັດຈຸບັນ ຕັກແຕນ​ໄມ້ປ່ອງ ກຳລັງ​ລະບາດ​ຢູ່​ບ້ານ​ແກ່ວ​ເລິກ ກຸ່ມ​ບຸນ​ຖິ່ນ ເມືອງ​ຄຳ ແຂວງ​ຊຽງ​ຂວາງ ເຊິ່ງ​ໄດ້​ເລີ່ມ​ເຄື່ອນ​ຍ້າຍ​ມາ​ທາງ​ທິດເໜືອ ແລະ ລະບາດ​ລຽບ​ຕາມ​ຊາຍ​ແດນ ແຂວງ​ຊຽງ​ຂວາງ-ຫົວພັນ ຕັກແຕນ​ຈະ​ຢູ່​ເປັນ​ຝຸງ ເຄື່ອນ​ຍ້າຍ​ເປັນ​ຝູງ ມັກ​ກິນ​ໃບ​ໄມ້ປ່ອງ ສາລີ ເຂົ້າ ແລະ ອື່ນໆ ເຮັດ​ໃຫ້​ຜົນ​ຜະລິດ​ຂອງ​ປະຊາຊົນ​ເສຍ​ຫາຍ.
ໃນ​ທ້າຍ​ອາທິດ​ຜ່ານ​ມາ​ນີ້ ພະ​ແນກ​ກະສິກຳ ແລະ ປ່າໄມ້ ແຂວງ​ຊຽງ​ຂວາງ ໄດ້​ສົມ​ທັບ​ກັບ​ຫ້ອງການ​ກະສິກຳŒປ່າໄມ້​ເມືອງ ໄດ້​ລົງ​ກວດກາ​ການ​ລະບາດ​ຂອງ​ຕັກແຕນ​ຢູ່​ເຂດ​ດັ່ງກ່າວ ແລະ ເຫັນ​ວ່າ​ເນື້ອທີ່​ຜົນ​ຜະລິດ​ຂອງ​ປະຊາຊົນ​ເສຍ​ຫາຍ​ທັງ​ໝົດ 2.000 ກວ່າ​ຕາ​ແມັດ ແລະ ເນື້ອທີ່​ໄຮ່​ເສຍ​ຫາຍ 30% ຈາກ​ເນື້ອທີ່​ໄຮ່​ທັງ​ໝົດ 1 ເຮັກຕາ​ກວ່າ.
ເພື່ອ​ປ້ອງ​ກັນ ແລະ ປາບ​ປາມ​ຝຸງ​ຕັກແຕນ​ດັ່ງກ່າວ ພະ​ແນກ​ກະສິກຳ ແລະ ປ່າໄມ້ ໄດ້​ປຶກສາ​ຫາລື​ກັບ​ເມືອງ ຈັດ​ຊຸດ​ຝຶກ​ອົບຮົມ​ການ​ເຝົ້າ​ລະວັງ​ການ​ລະບາດ ຜົນ​ຮ້າຍ​ຂອງ​ຕັກແຕນ ພ້ອມ​ກັນ​ວາງ​ແຜນການ​ຮັບ​ມື ປາບ​ປາມ ຕິດຕາມ​ຈຸດ​ວາງ​ໄຂ່​ຂອງ​ຕັກແຕນ​ໃນ​ແຕ່​ລະ​ເຂດ ເຊິ່ງ​ວຽກ​ງານ​ການ​ຕິດຕາມ​ນີ້ ແມ່ນ​ວຽກ​ງານ​ທີ່​ສຳຄັນ ເປັນ​ວຽກ​ຂອງ​ໝົດ​ທຸກ​ຄົນ ເມື່ອ​ພົບ​ເຫັນ​ກໍ່​ໃຫ້​ລາຍ​ງານ​ຕໍ່​ພາກສ່ວນ​ທີ່​ກ່ຽວຂ້ອງ​ຢ່າງ​ທັນ​ການ ຫ້າມ​ນຳ​ຕັກແຕນ​ທີ່​ມີ​ຊີວິດ​ເຄື່ອນ​ຍ້າຍ​ຊະຊາຍ ເພາະ​ຈະ​ກໍ່ໃຫ້ເກີດ​ການ​ຂະຫຍາຍ​ການ​ລະບາດ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.