ທ່ານ Russel ເດີນທາງມາລາວ ເພື່ອກະກຽມ ການຢ້ຽມຢາມ ຂອງ ປະທານາທິບໍດີ ໂອບາມາ 13.08.2016

ລັດຖະມົນຕີຊ່ອຍວ່າການ ກະຊວງການຕ່າງປະເທດສະຫະລັດ ທ່ານ Daniel Russel ໂອ້ລົມກັບພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ສປປ ລາວ.

ທ່ານ Daniel Russel ລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະເທດສະຫະລັດເດີນ ທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11 ແລະ 12 ສິງຫານີ້ ອີງຕາມລາຍງານ ຂອງສະຖານທູດສະຫະລັດ ທີ່ນະຄອນວຽງຈັນ.
ລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະເທດ Russel ເດີນທາງມານະຄອນວຽງຈັນ ຄັ້ງນີ້ແມ່ນເພື່ອກະກຽມ ການມາຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດຂອງປະທານາ ທິບໍດີສະຫະລັດ ພະນະທ່ານ ບາຣັກ ໂອບາມາ ໃນເດືອນໜ້າ. ທ່ານ Russel ໄດ້້ເຂົ້າ ພົບພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງຕ່າງປະເທດ ສປປ ລາວ ແລະພະນະທ່ານໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ເພື່ອປຶກ ສາຫາລືກ່ຽວກັບຄວາມສຳພັນສອງຝ່າຍ ທີ່ພວມມີການຂະຫຍາຍຕົວ ແລະທຳການກະ ກຽມຂັ້ນສຸດທ້າຍໃນການເດີນທາງມາຢ້ຽມຢາມຂອງປະທານາທິບໍດີໂອບາມາ. ນອກນັ້ນ ທ່ານ Russel ຍັງໄດ້ພົບປະກັບພວກເຈົ້າໜ້າທີ່ອະວຸໂສ ຈາກ 17 ປະເທດ ເພື່ອກະກຽມ ກອງປະຊຸມສຸດຍອດເອເຊຍຕາເວັນອອກ ​ຊຶ່ງຈະຈັດຂຶ້ນຢູ່ ສປປ ລາວໃນວັນທີ​ 8 ກັນຍາ ທີ່ຈະເຂົ້າຮ່ວມໂດຍປະທານາທິບໍດີໂອບາມາ.
ທ່ານ Daniel Russel ຈັບມືກັບ ພະນະທ່ານໄຊສົມພອນ ພົມວິຫານ

ທ່ານ Daniel Russel ເປັນລັດຖະມົນຕີຊ່ອຍວ່າການກະຊວງຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະການເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກ. ກ່ອນຖືກແຕ່ງຕັ້ງ ເປັນລັດຖະມົນຕີຊ່ອຍວ່າການ ໃນປີ 2013 ນັ້ນ ທ່ານ Russel ເປັນ ຜູ້ຊ່ອຍພິເສດຂອງປະທານາທິບໍດີທີ່ທຳນຽບຂາວແລະຜູ້ອຳນວຍການອະວຸໂສຂອງສະ ພາຄວາມໝັ້ນຄົງແຫ່ງຊາດ ກ່ຽວກັບກິດຈະການເອເຊຍ. ໃນລະຫວ່າງກຳຕຳແໜ່ງຢູ່ທີ່ ນັ້ນທ່ານໄດ້ຊ່ອຍເປັນຜູ້ວາງແຜນຍຸດທະສາດຂອງປະທານາທິບໍດີໂອບາມາ​ເພື່ອສ້າງ ຄວາມກ້ຳເກິ່ງຄືນໃໝ່ ໄປສູ່ເຂດເອເຊຍປາຊີຟິກ ຮວມທັງ ການດຳເນີນຄວາມພະຍາ ຍາມເພື່ອເສີມຂະຫຍາຍການເປັນພັນທະມິດ ລົງເລິກການພົວພັນຂອງສະຫະລັດກັບ ບັນດາ ອົງການຈັດຕັ້ງ ຫຼາຍຝ່າຍແລະຂະຫຍາຍການຮ່ວມມືກັບບັນດາອຳນາດທີ່ພຸ່ງ ພົ້ນໃໝ່ຢູ່ໃນພູມີພາກ.
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.