ອິນ​ເດຍ ​ກໍ່­ສ້າງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສ ໃຕ້​ນ້ຳ​ທະ­ເລ ​ໃຫຍ່​ທີ່​ສຸດ​ໃນ​ໂລກ


ທ່ານ ອາ­ລີ​ເຣ​ຊາ​ ຄາ​ເມ​ລີ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ຜູ້​ຂາ​ເຂົ້າ-ຂາ​ອອກ​ແກ​ັສ​ຂອງ​ອີ​ຣານ (NIGEC) ແຈ້ງ​ໃຫ້​ຮູ້­ເມື່ອ​ບໍ່​ດົນມາ​ນີ້ວ່າ ສາ­ມາດ​ທີ່​ຈະ​ສົ່ງ​ອອກ​ແກ​ັສໄປ​ຍັງ​ອິນ​ເດຍ ​ຜ່ານ​ທໍ່​ສົ່ງ​ລອດ​ພື້ນ​ນ້ຳ​ທະ­ເລ ຊຶ່ງ​ອິນ​ເດຍ ແລະ ບາງປະ­ເທດ​ເອີ​ຣົບ​ເປັນ​ຜູ້​ກໍ່­ສ້າງ ແລະ ຕິດ​ຕັ້ງ.

ທ່ານ ຄາ​ເມ​ລີ ເວົ້າ​ວ່າ​ ບັນ­ດາ​ຄູ່​ຮ່ວມ​ມື​ຂອງ​ອິນ​ເດຍ​ ແຈ້ງ​ໃຫ້​ຮູ້​ວ່າ ການ​ຄົ້ນ­ຄວ້າ​ຄວາມ​ເປັນ​ໄປ​ໄດ້​ກ່ຽວ​ກັບ​ທໍ່​ສົ່ງ​ແກ​ັສດັ່ງ­ກ່າວ​ໄດ້ສຳ­ເລັດ​ໂດຍ​ພື້ນ­ຖານ​ແລ້ວ ​ຈາກການ​ຮ່ວມ​ມື​ລະ­ຫວ່າງ ​ອິນ​ເດຍ ກັບ​ບາງ​ປະ­ເທດ​ໃນ​ເອີ​ຣົບ.

ເມື່ອ​ກ່ອນ​ໜ້າ​ນີ້ 10 ປີ ອີ​ຣານໄດ້​ມີ​ແຜນ­ການ​ລົງ­ທຶນ​ເຂົ້າ​ໃນການ​ກໍ່­ສ້າງ​ທໍ່​ສົ່ງ​ນ້ຳ­ມັນ-ແກ​ັສຜ່ານ​ປາ​ກິດ​ສະ­ຖານ​ ເຂົ້າ​ໄປຍັງ​ອິນເດຍ​ ໂດຍ​ຕັ້ງ​ຊື່­ວ່າ “ທໍ່​ສົ່ງ​ສັນ­ຕິພາບ” ແຕ່​ຍ້ອນ​ບັນ­ຫາ​ທາງ​ດ້ານ​ການ­ເມືອງ ​ແລະ​ ຄວາມ​ຂັດ​ແຍ່ງລະ­ຫວ່າງ ​ອິນເດຍ ​ກັບ ​ປາ​ກິດ​ສະຖານ ​ຈຶ່ງ​ເຮັດ​ໃຫ້​ໂຄງ­ການ​ນັ້ນ​ປະ­ຕິ­ບັດ​ບໍ່​ໄດ້.ອ່ານຕໍ່......

'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.