ລະວັງ! 3-4 ມື້ຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໜັກອາດຈະເຮັດໃຫ້ລະດັບນ້ຳຂອງ ແລະ ສາຂາຕ່າງໆສູງຂຶ້ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ຮ່ອງຝົນໄດ້ພັດຜ່ານເຂດພາກເໜືອຂອງລາວ ແລະ ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ດ້ວຍກຳລັງແຮງເຊິ່ງໄດ້ເຮັດໃຫ້ມີຝົນຕົກຕິດຕໍ່ກັນຫລາຍວັນໃນລະດັບຄ່ອຍຫາປານກາງຢູ່ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນໃນເຂດພາກເໜືອລົງຫາພາກກາງ ເຮັດໃຫ້ລະດັບແມ່ນ້ຳຂອງສາຂາຂຶ້ນສູງ ແລະ ໄດ້ເຮັດໃຫ້ມີນ້ຳຖ້ວມຢູ່ເຂດພາກເໜືອເຊັ່ນ: ແຂວງອຸດົມໄຊ ແລະ ໄຊຍະບູລີ. ສະເພາະລະດັບນ້ຳເຂດຂົວເຊບັ້ງໄຟ ໄດ້ຂຶ້ນໃກ້ເຂດລະວັງໄພແລ້ວ. ຝົນຍັງຈະສືບຕໍ່ຕົກຫລາຍໃນໄລຍະ 3-4 ວັນຕໍ່ໜ້າໂດຍສະເພາະຢູ່ເຂດພາກເໜືອ ແລະ ພາກກາງຊຶ່ງຈະເຮັດໃຫ້ລະດັບຂອງສາຂາຕ່າງໆສືບຕໍ່ຂຶ້ນສູງ ແລະ ອາດສູງກວ່າເຂດລະວັງໄພ ຫລື ເຂດອັນຕະລາຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະ ຊາຊົນທີ່ອາໃສຢູ່ແຂວງອ່ານຕໍ່........
'; (function() { var dsq = document.createElement('script'); dsq.type = 'text/javascript'; dsq.async = true; dsq.src = '//' + disqus_shortname + '.disqus.com/embed.js'; (document.getElementsByTagName('head')[0] || document.getElementsByTagName('body')[0]).appendChild(dsq); })();
Featured

ລົງໂຄສະນາ

Theme images by 5ugarless. Powered by Blogger.