ເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ
ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງຫານີ້ ໄດ້ສົ່ງຜົນໃຫ້ສາຍນ້ຳແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມບ້ານເຮືອນ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງ ພ້ອມລະບົບໄຟຟ້າຫລາຍແຫ່ງໃນເຂດເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກໜ່ວງສົມຄວນ ເຊິ່ງໃນວັນທີ 12 ສິງຫາຜ່ານມານີ້, ເຈົ້າແຂວງດັ່ງກ່າວກໍໄດ້ລົງກວດກາເບິ່ງສະພາບຕົວຈິງໃນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍສະເພາະແມ່ນເຂດລ້ອງແມ່ນ້ຳແບ່ງ ແລະ ໄດ້ຮັບລາຍງານຈາກອຳນາດການປົກຄອງເມືອງວ່າ: ຮ້າຍແຮງກວ່າໝູ່ແມ່ນບ້ານໂພນສະຫວາດນ້ຳໄຫລທັ່ງໃສ່ຂອບທາງ ເຮັດໃຫ້ທາງເຈື່ອນ ແລະ ເສົ້າໄຟຟ້າຫັກພັງລົງມາເປັນຈຳນວນຫລາຍໃນໄລຍະຍາວປະມານ1ກີໂລແມັດອ່ານຕໍ່.....
Leave a Comment